ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-23 14:03:46    
​ເລຂາທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລັບ​ທາງ​ໃຫ້​ອາ​ເມ​ລິ​ກາ​ໃຫ້ຄວາມ​ກະຈ່າງ​ແຈ້ງ​ຕໍ່ຫຼັກ​ຫມັ້ນ​ອະນຸຍາດອິດ​ສະລະ​ແອນ​ຂະຫຍາຍ​ສ້າງ​ຈຸດ​ຕັ້ງ​ຖ່ິນ​ຖານ

cri

.ຕາມ​ຂ່າວສານ​ຊິນ​ຮວາ,​ໂດຍ​ແນ​ໃສ່​ທ່ີ​ສ່ື​ມວນ​ຊົນ​ອາ​ເມ​ລິ​ກາ​ລາຍ​ງານ​​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ ລັດຖະບານ​ບຸ​ສ​ໄດ້​ປ່ຽນ​ແປງຫຼັກ​ຫມັ້ນ​​ໃນ​ບັນຫາ​ອິດ​ສະລະ​ແອນ​ສ້າງ​ຈຸດ​ຕັ້ງ​ຖ່ິນ​ຖານ​ຊາວ​ຢິວ​ບົນດິນ​ແດນປາ​ເລັສຕີນ​ທ່ີ​ຖືກ​ຍຶດຄອງ​​,ວັນ​ທີ 22 ສິງຫາ,ທ່ານ​ມູຊາ ​ເລຂາ​ທິການ​ໃຫຍ່​ສັນນິບາດ​ປະ​ເທດ​ອາ​ລັບ​ໄດ້​ທວງ​ໃຫ້​ລັດຖະບານ​ບຸ​ສ​ໃຫ້​ຄວາມ​ກະຈ່າງ​ແຈ້ງຕໍ່ເລ່ືອງ​ນີ້.


ມື້​ດຽວ​ກັນ,ທ່ານຮູ​ຊາມ ​ຈາ​ກີ ​ໂຄສົກ​ສັນນິບາດ​ປະ​ເທດ​ອາລັບ​ໄດ້​ຍົກ​​ເອົາຄວາມເວົ້າ​ຂອງ​ທ່ານ​ມູຊາ​ມາລາ​ຍງານ​ວ່າ,ນີ້​ຈະ​ເປັນ​ເລ່ືອງ​ທ່ີ​ອັນຕະລາຍ​ທ່ີ​ສຸດ,ມັນ​ຈະ​ເຮັດ​ໃຫ້​ບັນຫາ​ປາ​ເລ​ັສຕີນຈະ​ສັບສົນ​ກວ່າ​ຫມູ່​ແລະ​ຍາກ​ທ່ີ​ຈະ​ໄດ້​ຮັບ​ການ​ແກ້​ໄຂ


ຫນັງສືພິມ​ນິວຢອກແທມສ໌​ຂອງອາ​ເມ​ລິ​ກາ​​ສະບັບ​ວັນ​ທີ 21 ສິງຫາ​ລາຍ​ງານ​ວ່າ,​ເພ່ືອ​ສະຫນັບສະຫນູນ​ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິດສະລະ​ແອນ​ທ່ີ​ຖືກ​ກຳລັງ​ຫນີບ​​ຈາກພາຍ​ໃນກຸ່ມ​ລິ​ຄຸດ​ໃນ​ປະ​ຈຸ​ບັນ,ລັດຖະບານ​ບຸ​ສ​ເຫີນດີ​​​ເປັນ ເທ່ືອ​ທຳ​ອິດ​ໃຫ້​ຝ່າຍ​ອິດ​ສະລະ​ແອນ​​ຂະຫຍາຍ​ສ້າງ​ຈຸດ​ຕັ້ງ​ຖ່ິນ​ຖານ​ຊາວ​ຢິວຢູ່​ຝ່ັງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.