ຜູ່ນຳຕ່າງປະເທດຝາກໂທລະເລກມາຍັງຜູ່ນຳຈີນໃນໂອກາດວັນຄ້າຍວັນເກີດຂອງທ່ານເຕິ້ງສຽງຜິງຄົບຮອບຮ້ອຍປີ
cri
ຕາມຂ່າວສານຊີນຮວາ: ເນື່ອງໃນໂອກາດວັນຄ້າຍວັນເກີດຂອງທ່ານເຕິ້ງສຽງຜິງ ຜູ່ນຳຈີນທີ່ລ່ວງລັບໄປແລ້ວຄົບຮອບ 100 ປີ, ທ່ານໂຄຊາຢານ ປະທານາທິບໍດີອາກເມນີ, ທ່ານນີຢາຈົຟ ປະທານາທິບໍດີຕວກເມນີສະຖານ, ທ່ານລາໂມນົຟ ປະທານາທິບໍດີຕາຊີກີສະຖານ, ແລະທ່ານວໍໂລນິນ ປະທານາທິບໍດີມອນໂດວາໄດ້ຝາກໂທລະເລກມາຍັງທ່ານຫູຈີນທ່າວ ປະທານປະເທດຈີນຢ່າງເປັນລຳດັບ, ອາໄລອາວອນຄຸນງາມຄວາມດີຂອງທ່ານເຕິ້ງສຽງຜິງ, ສະແດງຄວາມເຄົາລົບຢ່າງສູງສົ່ງທີ່ມີຕໍ່ທ່ານເຕິ້ງສຽງຜິງ.
ຜູ່ນຳຂອງປະເທດເຫຼົ່ານີ້ໄດ້ຕີລາຄາສູງຕໍ່ໂຄງຄວາມຄິດ"ປະເທດດຽວສອງລະບອບ"ທີ່ທ່ານເຕິ້ງສຽງຜິງວາງອອກ, ຍ້ອງຍໍສໍລະເສີນວ່າ, ແມ່ນນະໂຍບາຍປະຕິຮູບແລະໄຂປະຕູສູ່ພາຍນອກທີ່ທ່ານເຕິ້ງສຽງຜິງລິເລີ່ມນັ້ນໄດ້ເຮັດໃຫ້ຈີນເດີນໄປສູ່ເສັ້ນທາງສ້າງສາທັນສະໄໝ, ໄດ້ເສີມຂະຫຍາຍບົດບາດສຳຄັນຕໍ່ການຍົກຖານະສາກົນຂອງຈີນໃນໂລກໃຫ້ສູງຂຶ້ນ, ເຫັນວ່າ, ບົດຮຽນສຳເລັດຜົນຂອງຈີນໄດ້ກາຍເປັນຊັບສີນຮ່ວມກັນຂອງໂລກແລ້ວ, ແມ່ນແບບຢ່າງແຫ່ງການພັດທະນາຂອງຫລາຍປະເທດ.
|
|