ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-24 16:20:42    
ກອງທະຫານ​ອາ​ເມລິກາສືບຕໍ່​ໂຈມຕີ​ເມືອງ​ນາຈັຟ

cri

ຕາມຂ່າວCRI: ວັນ​ທີ 23 ສິງຫາ ກອງທະຫານ​ອາ​ເມລິກາປະຈຳ​ອີຣັກສືບຕໍ່​​ເປີດ​ການ​ບຸກໂຈມຕີ​ເພ່ືອ​ນາບຂູ່ກອງປະກອບ​ອາວຸດ​ທ່ານຊາດ໌ ຜູ່​ນຳ​ຝ່າຍຕ້ານອາ​ເມລິກາໃນນິ​ກາຍຊິອິດ​ອີຣັກ ທ່ີ​ເຝົ້າຮັກສາ​ຢູ່ສຸ​ເຫຼ່ົາອາລີ​ເມືອງ​ນາຈັຟ. ຍົນທະຫານອາ​ເມລິກາ​ໄດ້​ຖິ້ມລະ​ເບີດ​ຢ່າງຮຸນ​ແຮງສາມ​ເທ່ືອ, ມີ​ຜູ່​ປະກອບ​ອາວຸດຂອງອີຣັກສາມຄົນຖືກ​ຍິງຕາຍ, 18 ຄົນບາດ​ເຈັບ.

​ໃນ​ມື້ດຽວກັນ ຜູ່ຊ່ອຍຊັ້ນສູງຜູ່​ໜ່ຶງຂອງທ່ານຊາດ໌ກ່າວວ່າ, ກອງທະຫານ​ອາເມລິກາປະ​ຈຳ​ອີຣັກ​ໄດ້​ໃຊ້​ອາວຸດ​ອາຍ​ພິດ​ທ່ີ​ຖືກ​ຫ້າມ​ໃຊ້​ໃນສາກົນ, ​ແຕ່​ຄຳ​ກ່າວ​ຫາດ່ັງກ່າວບໍ່​​ໄດ້​ຮັບການຢືນຢັນຈາກທະຫານ​ອາ​ເມລິກາ.

ປະຈຸ​ບັນ ບໍ່​ຮູ້​ວ່າທ່ານຊາດ໌​​ໄປ​ທາງ​ໃດ​ແລ້ວ. ​ແຕ່ມີຂ່າວ​ແຈ້ງວ່າ, ຝ່າຍຕຳຫຼວດ ນາຈັຟ​ເຜີຍ​ໃຫ້​ຮູ້​ວ່າ, ຕາມຂ່າວກອງທ່ີ​ພວກ​ເຂົາ​ເຈົ້າກຳ​ໄດ້, ທ່ານຊາດ​ໄດ້​ໜີ​ໄປຢູ່​ເຂດຊູ​ໄລ​ມານີອາ ທາງ​ພາກ​ເໜືອ​ອີຣັກ​ແລ້ວ. ​ແຕ່​ຜູ່ຊ່ອຍຂອງທ່ານຊາດ໌​ໄດ້​ປະຕ​ິ​ເສດ.