ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-24 17:07:54    
ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ​ແລະ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຂອງ​ອີຣັກພົ້ນຈາກການ​ລອບ​ຄາດ​ຕະກຳ

cri
ຕາມ​ຂ່າວCRI: ວັນ​ທີ 24 ສິງຫາ, ທ່ານ​ນາງໂມ​ມິນ ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ​ຂອງ​ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກຢືນຢັນ​ວ່າ, ​ມື້​ດຽວ​ກັນ, ເພີ່ນ​ຖືກຫລອນ​ໂຈມ​ຕີ​ດ້ວຍ​ລູກລະ​ເບີດລົດຍົນ​ແບບ​ຂ້າ​ໂຕ​ຕາຍ​ຢູ່​ແບກ​ແດດ, ​ເພີ່ນ​ເອງ​ໄດ້ລອດ​ຕາຍ, ​ແຕ່​ຜູ່​ຮັກສາ 4 ຄົນ​ຂອງ​ເພີ່ນ​ເສຍ​ຊີວິດ.

ນອກ​ນີ້, ຝ່າຍ​ຕຳຫລວດ​ອີຣັກກ່າວ​ວ່າ, ມື້​ດຽວ​ກັນ, ຢູ່​ທີ່​​ແບກ​ແດດ, ທ່ານ​ອານ ມູຈາ​ຟາ ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຂອງ​ລັດຖະບານ​ຊົ່ວຄາວ​ກໍ​ຖືກ​ຫລອນ​ໂຈມ​ຕີ​ດ້ວຍລູກ​ລະ​ເບີດ​ລົດຍົນ, ທ່ານ​ມູຈາ​ຟາ​​ໄດລອດ​ຕາຍ.​

ແຕ່​ລັດຖະບານ​ຊົ່ວຄາວ​ຂອງ​ອິຣັກສ້າງຕັ້ງຂຶ້ນ​ເມື່ອ​ເດືອນ​ມິຖຸນາ​ປີ​ນີ້​ມາ, ​​ມີເຈົ້າໜ້າ​ທີ​ຖືກ​​ຂົ່ມ​ຂູ່​​ຈະ​ລອບ​ຂ້າເລື້ອຍໆ. ​ແຕ່​ວັນ​ທີ 11 ຫາ​ວັນ​ທີ 13 ມິຖຸນາ, ລັດຖະບານ​ຊົ່ວຄາວ​ຂອງ​ອີຣັກກໍ​ມີ​ເຈົ້າໜ້າ​ທີ່​ຊັ້ນສູງ 4 ຄົນ​ຖືກ​ລອບ​ຄາດ​ຕະກຳ.