ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-24 21:21:52    
ປາ​ເລັສຕີນ​ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ນັກ​ໂທດ​ຂອງ​ປາ​ເລັສຕີນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 24 ສິງຫາ​ຢູ່​ລາມາ​ລາ, ​ເຈົ້າໜ້າ​ທີ່​ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ກ່າວ​ວ່າ, ຝ່າຍ​ປາ​ເລັສຕີນ​ຮຽກຮ້ອງ​ໃຫ້​ສະມັດຊາ​ດ​ໃຫຍ່ສະຫະ​ປະຊາ​ຊາດ​ເອົາ​ໃຈ​ໃສ່​ນຳ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປາ​ເລັສຕີນ​ຫລາຍ​ພັນ​ຄົນ​ທີ່​ຖືກ​ກັກ​ຂັງ​ຢູ່​ອິດສະ​ລາ​ແອນ.

ເຈົ້າໜ້າ​ທີ່​ຜູ່​ນີ້​ກ່າວ​ວ່າ, ທ່ານອານ ກິດ​ວາ ນັກ​ສັງ​ເກດ​ການ​ຂອງ​ປາ​ເລັສຕີນ​ປະຈຳ​ສະຫະ​ປະຊາຊາດ​ຈະ​ຍື່ນ​ເອກະສານ​ສະບັບ​ໜຶ່ງ​ກ່ຽວ​ກັບ​ຊາວ​ປາ​ເລັສຕີນ​ທີ່​ຖືກ​ກັກ​ຕົວ​ຢູ່​ອິດສະ​ລາ​ແອນ​ນັ້ນ​ໃຫ້​ສະມັດຊາ​​ໃຫຍ່​ສະ​ຫະປະຊາ​ຊາດ. ​ໃນ​ເອກະສານ​ດັ່ງກ່າວ, ຝ່າຍ​​ປາ​ເລັສຕີນ​ໄດ້​ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ທຳ​ມະຕິ​ຕົກລົງ, ທວງ​ໃຫ້​ອິດສະ​ລາ​ແອນ​ປົວ​​ແປງ​ເງື່ອນ​ໄຂ​ໃນ​ຄຸກ​ໃຫ້​ດີ​ຂຶ້ນ.​

ແຕ່​ວັນ​ທີ 15 ສິງຫາ​ເປັນຕົ້ນມາ, ຊາວ​​ປາ​ເລັສຕີນ 1500 ກວ່າ​ຄົນ​ທີ່​ຖືກ​ກັກ​ຕົວ​ຢູ່​ອິດສະ​ລາ​ແອນ​​​ເລີ່​ມອົດ​ອາຫານ, ປະ​ທ້ວງ​ອິດສະ​ລາ​ແອນປະຕິບັດ​ຕໍ່​ພວກ​ເຂົາ​ເຈົ້າ​ແບບໄຮ້​ມະນຸດສະທຳ​​, ຮຽກຮ້ອງ​ໃຫ້​ປົວ​ແປງ​ເງື່ອນ​ໄຂ​ໃນ​ຄຸກ​ໃຫ້​ດີ​ຂຶ້ນ.