ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-25 15:38:30    
ທ່ານ​ອານ​ນານ​ເຕືອນ​ໃຫ້​ອິດ​ສະລະ​ແອນ​ຢຸດຕິ​ການຂະຫຍາຍ​ສ້າງ​ຈຸດ​ຕັ້ງ​ຖ່ິນ​ຖານ​ຊາວ​ຢິວ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 24 ສິງຫາ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ​ໂດຍ​ຜ່ານ​ໂຄສົກ​ຂອງ​ທ່ານ,ຖະ ແຫຼ​ງການ​ກ່າວ​ວ່າ,ສະ​ແດງ​ຄວາມ​ໃສ່​ໃຈ​ຢ່າງ​ເລິກ​ເຊ່ິງຕໍ່​ລັດຖະບານ​ອິດ​ສະລະ​ແອນ​ທ່ີຈະ​​ຂະຫຍາຍ​ສ້າງ​ຈຸດ​ຕັ້ງ​ຖ່ິນ​ຖານ​ຊາວ​ຢິວຢູ່​ຝ່ັງ​ຕາ​ເວັນ​ຕົກ​ແມ່ນ​້ຳຈໍ​ແດນ.


ຖະ​ແຫຼ​ງການ​ຊີ້​ອອກ​ວ່າ,ການ​ກະທຳ​ດ່ັງກ່າວ​ຂອງ​ອິດ​ສະລະ​ແອນ​ໄດ້​ຝ່າຝືນຄຳ​ຫມັ້ນ​ສັນຍາຂອງ​ເຂົາ​ຢ່າງ​ເດັ່ນ​ຊັດ​ກ່ຽວ​ກັບ​ການ​ຢຸດຕິ​ການ​​ເຄ່ືອນ​ໄຫວຂະຫຍາຍ​ສ້າງຈຸດ​ຕັ້ງ​ຖ່ິນ​ຖາມ​ຊາວ​ຢິວທັງ​ຫມົດ​ພາຍໃຕ້​ໂຄງ​ຮ່າງ​ແຜນການ​ເສັ້ນທາງ​ສັດ​ນຕິ​ພາບ​ຕາ​ເວັນ​ອອກ​ກາງ.


ທ່ານ​ອານ​ນານ​ເຕືອນ​ໃຫ້​ລັດຖະບານ​ອິດ​ສະລະ​ແອນ​ຢຸດຕິ​ແຜນການ​ຂະຫຍາຍ​ສ້າງ​ຈຸດ​ຕັ້ງ​ຖ່ິນ​ຖານ​,ປະຕິບັດ​ຫນ້າ​ທ່ີ​ຮັບຜິດຊອບຂອງ​ຝ່າຍ​ອິດ​ສະລະ​ແອນ​ທ່ີ​ກຳນົດ​ໄວ້​​ໃນ​ແຜນການ​ເສັ້ນທາງ​​ຢ່າງຮອບ​ດ້ານ