ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-26 11:04:34    
ທ່ານ​ຊາດ໌ປະກາດ​ຢຸດຕິ​ການ​ເຄ່ືອນ​ໄຫວ​ທາງ​ການ​ທະຫານ​ທັງ​ໝົດ​ຢູ່​ພາກ​ໃຕ້​ອີຣັກ

cri

ຕາມ​ຂ່າວCRI: ວັນ​ທີ 25 ສິງຫາ​ນີ້ ​ໂຄສົກ​ຂອງ​ທ່ານ​ຊາດ໌ ຜູ່​ນຳ​ຝ່າຍ​ຕ້ານ​ອາ​ເມ​ລິ​ກາ​ໃນ​ນິກາຍຊິ​ອິດ​ອີຣັກກ່າວ​ວ່າ, ກອງ​ກຳລັງ​ມາ​ເຮີ​ດີ​ໄດ້​ຢຸດຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ທັງ​ໝົດ​ຢູ່​ພາກ​ໃຕ້​ອີຣັກ​ແລ້ວ.

​ໂຄສົກ​ຜູ່​ນີ້​ເວົ້າວ່າ, ການ​ກະທຳ​ຂອງ​ກອງ​ກຳລັງ​ມາ​ເຮີ​ດີ​​ເປັນ​ການ​ຕອບ​ການ​ກັບ​ຄືນ​ອີຣັກຂອງທ່ານ​ຊິ​ສຕາ​ນີ ຜູ່​ນຳ​​ສາສະໜາ​ນິກາຍ​ຊິ​ອິດ​ອີຣັກ. ທ່ານ​ຍັງ​ກ່າວ​ວ່າ, ທ່ານ​ຊາດ໌​ໄດ້​ເຫັນ​ດີ​ຮັບ​ເອົາ​ເງ່ືອນ​ໄຂສາມ​ຂ້ໍ​ກ່ຽວ​ກັບ​ການ​ຢຸດຕິ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ຢູ່​ເມືອງ​ນາ​ຈັຟທ່ີ​ສະພາ​ການ​ເມືອງ​ແຫ່ງ​ຊາດ​ອີຣັກສະ​ເໜີ​ອອກ ຄື ກອງ​ກຳລັງ​ມາ​ເຮີ​ດີ​ຖອນ​ອອກ​ຈາກ​ເມືອງ​ນາ​ຈັຟ ຍຸບ​ຜູ່​ປະກອບ​ອາວຸດ​ຂອງ​ກອງ​ກຳລັງ​ມາ​ເຮີ​ດີ ທ່ານ​ຊາດ໌​ເຂົ້າຮ່ວມ​ຂະ​ບວນການ​ເມືອງ​ອີຣັກ.