ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-26 18:45:04    
ທ່ານ​ອານ ສິສ໌ທານີ ຮຽກຮ້ອງ​ຜູ່​ສະໜັບສະໜູນ​ຂອງ​ທ່ານ​ຢ່າ​ເຂົ້າ​ເມືອງ​ນາ​ຈາ​ຟ

cri
ຕາມ​ຂ່າວCRI: ວັນ​ທີ 26 ສິງຫາ, ທ່ານ​ອານ​ສິສ໌ທານີ ຜູ່​ນຳ​ດ້ານ​ຈິດ​ໃຈ​ນິກາຍ​ຊີ​ອິດ​ຂອງ​ອີຣັກ​ໄດ້​ຮຽກຮ້ອງ​ຜູ່​ສະໜັບສະໜູນ​ຂອງ​ທ່ານ​ທີ່​ພວມ​ເດີນທາງ​ໄປ​ນາ​ຈາ​ຟນັ້ນຢ່າ​ເຂົ້າ​ເມືອງ​ນາ​ຈາ​ຟ.

ມື້​ດຽວ​ກັນ, ທ່ານ​ຮາ​ຟາ​ບ ຜູ່​ຊ່ອຍ​ຂອງ​ທ່ານ​ອານ​ສິສ໌ທານີ​ເວົ້າວ່າ, ທ່ານ​ອານ ​ສິສ໌ທານີ​ຫວັງ​ໃຫ້​ຜູ່ສະໜັບສະ​ໜູນ​ຂອງ​ທ່ານ​ລໍຖ້າ​ທ່ານ​ມາ​ຮອດ. ທ່ານ​ຮາ​ຟາ​ບ​ກ່າວ​ວ່າ, ທ່ານ​ອານ ສິສ໌ທານີ​ຈະ​ປະກາດ​​ແຜນການລາຍ​ໜຶ່ງ​ທີ່​ໝາຍ​ຈະ​ສິ້ນ​ສຸດ​ວິ​ກິດ​ການ​ນາ​ຈາ​ຟພາຍຫລັງ​ທ່ານ​ເດີນທາງ​ໄປ​ຮອດ​​ເມືອງ​ນາ​ຈາ​ຟ​ແລ້ວ. ປະຈຸ​ບັນ, ທ່ານ​ອານ ສິສ໌ທານີ​ພວມ​ຈາກ​ບາສ໌ລາ​ຕາມ​ທາງບົກ​ໄປ​ຫາ​ນາຈາ​ຟ.

ວັນ​ທີ 25 ສິງຫາ, ທ່ານອານ ສິສ໌ທານີ​ໄດ້​ຮຽກຮ້ອງຊາວ​ອີຣັກ​​ໄປ​ນາ​ຈາ​ຟຈັດການ​ແຫ່​ຂະ​ບວນ, ​​ເພື່ອ​ສິ້ນ​ສຸດ​​ແປວໄຟ​ສົງຄາມ​ທີ່​ເປັນ​ເວລາ​ເກືອບ 3 ອາທິດ. ຕາມ​ຊາບ​ວ່າ, ມີ​ຊາວ​ອີຣັກຫລວງຫລາຍ​ໄດ້​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ທ່ານ, ​​ແລະ​ພວມໄປ​ນາ​ຈາ​ຟ​.