ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-27 13:37:32    
ອົງການ​ສະຫະ​ປະຊາ​ຊາດກ່າວ​ປະນາມ​ອິສລາ​ແອນ​ລ່ວງລ້ຳ​ສິດທິ​ມະນຸດ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ສິງຫາ​ນີ້, ​ສຳນັກງານ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ສົງ​ເຄາະ​ແລະ​ກິດຈະການ​ຊາວ​ອົບ​ພະຍົບປາ​ເລັສຕິນພາກ​ຕາ​ເວັນ​ອອກ​ໃກ້ຫຼື UNRWA ​ແລະ​ "ຄະນະ​ກຳມະການ​ຊາວ​ປາ​ເລັສຕິນ​ໃຊ້​ສິດ​ທ່ີຕັດ​ຮອນ​ບໍ່​ໄດ້" ຕ່າງ​ອອກ​ຖະ​ແຫຼງການ, ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ອິສລາ​ແອນ​​ລ່ວງ​ລ້ຳສິດທິ​ມະນຸດ.

UNRWA ​ໄດ້​ອອກ​ຖະ​ແຫຼງການກ່າວ​ວ່າ, ວັນ​ທີ 24 ສິງຫາ​ນີ້ ກອງ​ທະຫານ​ອິສລາ​ແອນ​ໄດ້​ບຸ​ໝົ້ນ​ເຂົ້າ​ໂຮງຮຽນ​ອົບ​ພະຍົບ​ແຫ່ງ​ໜ່ຶງ​ທ່ີສະຫະ​ປະຊາ​ຊາດ​ຕັ້ງຢູ່​ຝ່ັງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​​ແດນ, ຂັບ​ໄລ່​ນັກຮຽນ​ທ່ີ​ພວມ​ຮຽນ​ຢູ່​ນັ້ນອອກ​ຈາກ​ໂຮງຮຽນ ​ແລະ​ປ່ຽນ​ໂຮງຮຽນ​ເປັນ​ບ່ອນ​ກັກ​ຂັງ. ກອງ​ທະຫານ​ອິສລາ​ແອນ​ຢຽບ​ຢ່ຳ​ສິດທິ​ມະນຸດ​ຢ່າງ​ບັງອາດ​ແລະ​ມ່ິນປະໝາດ​ອະພິສິດ​ສາກົນ​ຂອງ​ອົງການ​ຈັດຕັ້ງສະຫະ​ປະຊາ​ຊາດ​ແມ່ນ​ຮັບ​ເອົາ​ບໍ່​ໄດ້​ຢ່າງ​ເດັດຂາດ.​

ໃນ​ມື້​ດຽວ​ກັນ "ຄະນະ​ກຳມະການ​ຊາວ​ປາ​ເລັສຕິນ​ໃຊ້​ສິດ​ທ່ີຕັດ​ຮອນ​ບໍ່​ໄດ້" ຂອງ​ສະຫະ​ປະຊາ​ຊາດ​ກໍ​ອອກ​ຖະ​ແຫຼງການ​ກ່າວ​ວ່າ, ຊາວ​ປາ​ເລັສຕິນລ່ືນ​ກາຍ 7000 ຄົນ​ທ່ີ​ຖືກ​ກັກ​ຂັງ​ເຊ່ິງລວມທັງ​ເດັກນ້ອຍ​ແລະ​​ແມ່ຍິງ​ພວມ​ຖືກ​ເຈົ້າໜ້າ​ທ່ີ​ອິສລາ​ແອນ​ທໍລະມານ​ຢ່າງ​ມີ​ການຈັດຕັ້ງ. ຖະ​ແຫຼງການ​ຂຽນ​ວ່າ, ​ໃນ​ຄົນ​ເຫຼ່ົານີ້​ມີຫຼາຍຄົນ​ບໍ່​ໄດ້​ຜ່ານ​ການ​ໄຕ່​ສວນ, ຍັງ​ມີຫຼາຍຄົນ​ແມ່ນ​ຖື​ກກັກ​ຕົວ​ຍ້ອນ​ມູນ​ເຫດການ​ເມືອງ. ອົງການ​ດ່ັງກ່າວ​ສະ​ແດງ​ຄວາມ​​​ໃສ່​ໃຈຢ່າງ​ໜັກໜ່ວງ.