ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-02 16:18:06    
ນາຍົກລັດຖະມົນຕີອິນ​ເດຍ​​ໂທລະສັບ​ລົມ​ກັບ​ນາຍົກລັດຖະມົນຕີ​ເນ​ປານ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ຕົວ​ປະກັນ​ເນ​ປານ​ຖືກ​ທຳຮ້າຍ

cri Author: mo
ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 1 ກັນຍາ, ທ່ານ​ມານ​ໂມ​ຮານ ຊີ​ງ​ ນາຍົກລັດຖະມົນຕີອິນ​ເດຍ​ໂທລະສັບ​ລົມ​ກັບ​ທ່ານ​ເດ​ອູ​ບາ ນາຍົກລັດຖະມົນຕີ​ເນ​ປານ, ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ຕົວ​ປະກັນ​ເນ​ປານ 12 ຄົນ​ຖືກ​ທຳຮ້າຍ​ຢູ່​ອີຣັກ.

ສື່​ມວນ​ຊົນ​ອິນ​ເດຍ​ໄດ້​ອ້າງ​ຕາມ​ຄຳ​ເວົ້າຂອງ​ນາຍົກລັດຖະມົນຕີຊິງວ່າ, ​ໃນ​​ເວລາ​ອັນໂສກ​ເສົ້ານີ້, ລັດຖະບານ​ອິນ​ເດຍຈະ​ໃຫ້ການ​ສະໜັບສະໜູນ​ທັງ​ໝົດ​​ເທ່ົາ​ທີ່​ຈະ​​ໃຫ້​ໄດ້​ແກ່​ເນ​ປານ.

ວັນ​ທີ 1 ກັນຍາ, ລັດຖະບານ​ເນ​ປານ​ອອກ​ຖະ​ແຫລ​ງການ, ປະກາດ​ວ່າ, ຈະ​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ​ຢູ່​ເຂດ​ສ່ວນ​ໜຶ່ງ​ຂອງ​ນະຄອນຫລວງກັດມັນ​ດູ​​ແຕ່ 2 ​ໂມງ​ແລງ​ຂອງ​ວັນ​ທີ 1 ກັນຍາ. ພ້ອມ​ກັນນັ້ນ, ຖະ​ແຫລ​ງການ​ປະກາດ​ວ່າ, ວັນ​ທີ 2 ກັນຍາ​ແມ່ນ​ວັນ​ໄວ້ອາ​ໄລ​ຂອງ​ທ່ົວ​ປະ​ເທດ, ອົງການ​ລັດຖະບານ​ແລະ​ໂຮງຮຽນ​ເປັນຕົ້ນປິດ​ຊົ່ວຄາວ, ທົ່ວ​ປະ​ເທດ​ຊັກ​ທຸງລົງ​ເຄິ່ງ​ເສົາ​ສະ​ແດງ​ຄວາມ​ໄວ້ອາ​ໄລ. ຕອນ​ຄ່ຳ​ວັນ​ທີ 1 ກັນຍາ, ສົມ​ເດັດ​​ເຈຍ​ເນນ​ດຼາ ​ເຈົ້າຊີວິດ​ເນ​ປານ​ກໍອອກ​ຖະ​ແຫລ​ງການ, ຮຽກຮ້ອງ​ໃຫ້​​ພົນລະ​ເມືອງ​ເນ​ປານ​ຮັກສາ​ຄວາມ​ສາມັກຄີ​ກັນ.