ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-05 16:01:15    
ປາ​ເລັດສຕີນ​ເລີ່​ມຈົດ​ທະບຽນ​ໃຫ້​ຜູ່​ມີ​ສິດ​ເລືອກ​ຕັ້ງຄັ້ງທີ​ສອງ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 4 ກັນຍາ ຢູ່​ທ່ີ​ພຳນັກ​ປະ​ທາ​ນາ​ທິ​ບໍ​ດີ​ທ່ີ​ລາ​ມາ​ລາ ທ່ານ​ອາລາ​ຟັດ ປະທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັດສ​ຕີນ​ໄດ້​ຈົດ​ທະ​ບຽນ​ເປັນ​ຜູ່​ມີ​ສິດ​ເລືອກ​ຕັ້ງຜູ່​ທຳ​ອິດດ​ຫລັງ​ຈາກ​ນັ້ນ​ວຽກ​ງານ​ຈົດ​ທະບຽນ​ໃຫ້​ຜູ່​ມີ​ສິດ​ເລືອກ​ຕັ້ງ​ຄັ້ງ​ທີ​ສອງ​ຂອງ​ປາ​ເລັດສ​ຕີນ​ໄດ້​ເລີ່ມ​ຕົ້ນ.ວຽກ​ງານ​ດ່ັງ​ກ່າວ​ຈະ​ສຳ​ເລັດ​ລົງ​ໃນ​ວັນ​ທີ 7 ຕຸລາ​.

ປະ​ຈຸ​ບັນ ​ໄດ້​ມີ​ 9 ​ພັກ​ການ​ເມື​ອງ​ແລະ​ອົງ​ການ​ຈັດ​ຕັ້ງ​ຂອງ​ປາ​ເລັດສ​ຕີນສະ​ເຫ​ນີຊື່​ເຂົ້າຮ່ວມ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ,​ໃນ​ນັ້ນ ລວມ​ທັງ​ຂະ​ບວນ​ອິສລາມ​ປາ​ເລັສດຕີນ​ຕໍ່ຕ້ານ ຫລືອົງການ​ຮາ​ມາສ໌ ແລະ ອົງ​ການ​ມູຢາ​ຮິ​ດອິສລາມ​ປາ​ເລັດສ​ຕີນ​​ ຫລື​ອົງ​ການ​ຈີ​ຮັດ​ທ່ີ​ເຂົ້າ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ.

ຕົ້ນປີ 1996 ປາ​ເລັດສຕີນ​ໄດ້​ຈັດການ​ເລືອກ​ຕັ້ງຄັ້ງທຳ​ອິດ, ທ່ານ​ອາລາ​ຟັດ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ອົງ​ການ​ອຳນາດ​​ແຫ່ງ​ຊາດ​ປາ​ເລັດສ ຕີນ​ດ້ວຍ​ບັດ 87,1%.ການ​ເລືອກ​ຕັ້ງ​ຄັ້ງ​ທີ​ສອງ​ຂອງ​ປາ​ເລັດສ​ຕີນ​ທ່ີ​​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ 2003 ຕາມ​ແຜນ​ການ​ນັ້ນ​ຖືກ​ເລື່ອນ​ເວລາ​ໂດຍ​ບໍ່​ມີ​ການ​ຈຳ​ກັດ​ຍ້ອນ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັດສຕີນ​ອິສລະ​ແອນ​ເລື່ອນ​ຂັ້ນ.