ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-05 17:07:11    
ຊາກ​ສົບ​​ຊາວ​ເອຢິບ​ທ່ີ​ຖືກ​ຈີ້​ຕົວ​ຢູ່​ອີ​ລັກ​ຖືກຊອກ​ເຫັນ

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 5 ກັນຍາ ຝ່າຍ​ຕຳຫລວດ​ອີ​ລັກ​ເຜີຍ​ວ່າ,ຢູ່​ບ່ອນ​ມໍ່​ເມືອງ​ບາຍ​ຈີ ທ່ີ​ຈາກ​ແບກ​ແຕກ​ໄປ​ທາງ​ເຫນືອປະມານ 180 ກິ​ໂລ​ແມັດ, ພວກ​ເຂົາ​ເຈົ້າ​ໄດ້​ປະກົດ​ເຫັນ​ຊາກ​ສົບ​ຂອງ​ຊາວ​​​ເອຢິບ​ຄົນ​ຫນຶ່ງ​ທ່ີ​ຖືກ​ຈີ້​ຕົວ​ຢູ່​ອີ​ລັກ​ໃນ​ເດືອນ​ແລ້ວ​ນີ້.

ໂທ​ລະ​ພາບ​ອາ​ລັບ​ແຈ້ງວ່າ,ມື້​ດຽວ​ກັນ ອົງ​ການ​ປະ​ກອບ​ອາວຸດ​ທ່ີ​ຊື່​ວ່າ​ກອງ​ພົນ​ນ້ອຍອານ​ໂນ​ມານ ຂະ​ບວນ​ອິສ​ລາມ​ຕໍ່​ຕ້ານ​ຂົ່ມ​ຂູ່​ວ່າ,ພວກ​ເຂົາ​ເຈົ້າ​ໄດ້​ລັກ​ພາ​ຕົວ​ຜູ່​ຂັບ​ລົດ​ຕວກ​ກີ​ຜູ່​ຫນຶ່ງ, ຖ້າວ່າ​ບໍ​ລ​​ິສັດ​ທ່ີ​ຜູ່​ຂັບ​ລົດ​ເຮັດ​ວຽກ​ຢູ່​ແລະ​ນັກ​ທຸ​ລະ​ກິດ​ໂກ​ແວດ​ບໍ່​ເຊົາ​ທຸລະ​ກິດ​ຢູ່​ອີ​ລັກ​ແລ້ວ,ກໍ່​ຈະ​ຕັດ​ຄໍ​ຜູ່​ຂັບ​ລົດ​ດ່ັງ ກ່າວ.

ກ່ອນ​ຫນ້າ​ນີ້, ​ໂທ​ລະ​ພາບ​ອານ​ຈາ​ຊີ​ລາ​ໄດ້​ອອກ​ອາກາດ​ວິ​ດີ​ໂອ​ຕອນ​ຫນຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ່​ຂັບ​ລົດ​ຕວກກີ​ສາມ​ຄົນ​ທ່ີ​ຖືກ​ຈີ້​ຕົວ​ຢູ່​ອີ​ລັກ​ນັ້ນຖືກ​ຂ້າ​ຕາຍ​ແລ້ວ.