ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-05 17:55:56    
ລັດຖະບານ​ຊົ່ວຄາວ​​ອີຣັກປະກາດ​ປິດ​ສຳນັກງານນັກ​ຂ່າວ​​ໂທລະພາບ​ອານ​ຈາ​ຊີ​ລາ​ປະຈຳ​ອີຣັກຢ່າງ​ບໍ່​ມີ​ເວລາ​ກຳນົດ

cri Author: qin

ຕາມ​ຂ່າວCRI,ວັນ​ທີ4​ກັນຍາ,ລັດຖະບານ​ຊົ່ວຄາວ​​ອີຣັກປະກາດ​ວ່າ,ຈະ​ປິດ​ສຳນັກງານ​ນັກ​ຂ່າວ​ໂທລະພາບ​ອານ​ຈາ​ຊີ​ລາ​ປະຈຳ​ອີຣັກຢ່າງ​ບໍ່​ມີ​ເວລາ​ກຳນົດ,ຈົນ​ເຖິງ​ເຂົາ​ປ່ຽນ​ແປງ​ນະ​ໂຍບາຍ​ລາຍ​ງານ​ຕໍ່ອີຣັກ,​ແລະ​ມີການ​ຮັບປະກັນ​ທາງ​ລາຍ​ລັກ​ອັກສອນ.

ໃນ​ຖະ​ແຫຼ​ງການ​ທີ່​ປະກາດ​ເມື່ອວັນ​ທີ4​ກັນຍາ,ລັດຖະບານ​ຊົ່ວຄາວ​ອີຣັກກ່າວ​ວ່າ,​ທຳ​ອິດ,ລັດຖະບານ​ຊົ່ວຄາວ​ອີຣັກຫວັງ​ໃຫ້​​ໂທລະພາບ​ອານ​ຈາ​ຊີ​ລາ​​​ສຳ​ຫຼວດຄືນ​ການ​ລາຍ​ງານ​ຂອງ​ຕົນ​ໃນ​ໄລຍະ​ສຳນັກ​ງານ​ນັກ​ຂ່າວ​ປະຈຳ​ອີຣັກຖືກ​ປິດ​ໃນ​ເດືອນ​ສິງຫາ​ແລ້ວ​ນີ້,​ແຕ່​ວ່າ,​ໂທລະພາບ​ອານ​ຈາ​ຊີ​ລາ​ພັດ​​ບໍ່​ເອົາ​ຫົວຊາ​ນຳ​ການ​ຕົກລົງທີ​່ກ່ຽວຂ້ອງ​ຂອງ​ລັດຖະບານ​ຊົ່ວ​ຄາວ​ອີຣັກ,ສືບ​ຕໍ່​​ລາຍ​ງານ​ຂ່າວ​ຢູ່​ອີຣັກ,ສະ​ນັ້ນ​ຈິ່ງ​ຕົກລົງ​ປິດ​ສຳນັກງານ​ນັກ​ຂ່າວ​ໂທລະ​ພາບ​ອານ​ຈາ​ຊີ​ລາ​ປະຈຳ​ອີຣັກຢ່າງ​ບໍ່​ມີ​ເວລາ​ຈຳກັດ.

ໃນ​ເວລາ​ປະກາດ​ການ​ຕົກລົງ​ດັ່ງກ່າວ,​ໂຄສົກ​ລັດຖະບານ​ຊົ່ວຄາວອີຣັກຍັງ​ຕິຕຽນ​ໂທ​ລະ​ພາບ​ອານ​ຈາ​ຊີ​ລາ​ໄດ້​ກໍ່​ຄວາມ​ແຕກ​ແຍກ​ລະ​ຫວ່າງ​ລັດຖະບານ​ຊົ່ວຄາວ​ກັບ​ປະຊາ​ຊົນ​ອີຣັກ.