ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-05 19:22:45    
ການ​ປະ​ທະ​ກັນ​ແລະ​ເຫດການ​ຫຼອນ​ໂຈມ​ຕີ​ຢູ່​ແຫ່ງ​ຕ່າງໆ​ຂອງ​ອີຣັກ​ໄດ້​ເກີດ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: qin

ຕາມ​ຂ່າວCRI,ວັນ​ທີ4​ກັນຍາ,ຢູ່​ແຫ່ງ​ຕ່າງໆ​ຂອງ​ອີຣັກ​ໄດ້​ເກີດ​ການ​ປະ​ທະ​ກັນ​ແລະ​ເຫດ​ການ​ຫຼອນ​ໂຈມ​ຕີ​ຢ່າງ​ບໍ່​ຢຸດ​ຢັ້ງ,​ມີ100​ກວ່າ​ຄົນ​ຕາຍ​ແລະບາດ​ເຈັບ.

ວັນ​ທີ4​ກັນຍາ,ຢູ່​ເມືອງ​ເທີ ອາ​ແຟວ ພາກ​​ເໜືອ​ອີຣັກ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ກອງ​ທະຫານ​ອີຣັກ​ກັບ​ພວກ​ປະກອບ​ອາ​ວຸດ​ທ້ອງ​ຖິ່ນ​ໄດ້​ລົບ​ເລວ​ກັນ​ຢ່າງ​ດຸ​ເດືອດ,ມີ13​ຄົນ​ເສຍ​ຊີວິດ,ນອກ​ນີ້,ມີ50​ກວ່າ​ຄົນ​ບາດ​ເຈັບ,​ໃນ​ນັ້ນ​ມີແມ່ຍິງ​ແລະ​ເດັກນ້ອຍ.

ວັນ​ທີ4​ກັນຍາ,ຢູ່​ຕາ​ແສງ​ລາ​ຕິ​ຟິຢາ ພາກ​ກາງ​ອີຣັກ,ມີ​ຕຳຫຼວດ​ອີຣັກ3ຄົນ​ເສຍ​ຊີວິດ​ໃນ​ເວລາ​​ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ບຸກ​ໂຈມ​ຕີຈຸດ​ທີ່​ຕັ້ງ​ຂອງ​ກອງປະກອບ​ອາວຸດ​ນິກາຍ​ຊຸນ​ນີ,ນອກ​ນີ້,ຍັງມີ​ຫຼາຍ​ຄົນ​​ບາດ​ເຈັບ.

ນອກ​ນີ້,ວັນ​ທີ4​ກັນຍາ,ຢູ່​ເຂດ​ຂຽວ​ທີ່​ແບກ​ແດດ​ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ລັດຖະບານ​ຊົ່ວຄາວ​ອີຣັກ​ແລະ​ສະຖານທູດ​ອາ​ເມ​ລິ​ກາ​ຖືກ​ປືນ​ຄົກ​ຫຼອນ​ໂຈມ​ຕີ,​ແຕ່​ຍັງ​ບໍ່​ທັນ​ມີ​ຂ່າວ​ກ່ຽວ​ກັບຄົນ​ຕາຍ​ຫຼື​ບາດ​​ເຈັບ.ຕາມ​ໄດ້​ຊາບ,​​ເວລາ​ນັ້ນ,ສະ​ພາ​ແຫ່ງ​ຊາ​ດຊົ່ວຄາວອີຣັກພວມ​ປະຊຸມ​ກັນຢູ່​ແຫ່ງ​ນັ້ນ.ນອກ​ນີ້,ຕາມ​ຂ່າວ​ແຈ້ງ​ວ່າ,ວັນ​ທີ4​ກັນຍາ,ທໍ່​ສົ່ງ​ນຳ້ມັນ​ເສັ້ນ​ໜຶ່ງ​ທີ່​ມໍ່​ກັບ​ບາສລາ ພາກ​ໃຕ້​ອີຣັກ ຖືກ​ປິດຍ້ອນ​ຖືກ​ຫຼອນ​ໂຈມ​ຕີ​ແລ້ວ​ເກີດ​ໄຟ​ໄໝ້​ແຮງ.