ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-06 11:33:42    
​ເຈົ້າ​ໜ້າ​ທີ່​ປາ​ເລັດ​ສະ​ຕິນ​ກ່າວ​ວ່າ,​ການ​ຫ້າມ​ສັນ​ຈອນ​ຂອງ​ກອງ​ທະ​ຫານ​ອິດ​ສະ​ລະ​ແອນ​ໄດ້​ກີດ​ຂວາງ​ການ​ຈົດ​ທະ​ບຽນ​ຂອງ​ຜູ່​ມີ​ສິດ​ເລືອກ​ຕັ້ງ​ປາ​ເລັດ​ສະ​ຕິນ

cri Author: zs
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ5​ກັນຍາ,ຢູ່​ເມືອງ​ລາມາ​ລາ,ທ່ານ​ອາລີ ອານ ​ເຈຍ​ບາ​ວີ ​ເລ​ຂາ​ທິ​ການຄະນະ​ກຳມະການ​ເລືອກ​ຕັ້ງສູນ​ກາງ​ປາ​ເລັດ​ສະຕິ​ນ​ເວົ້າວ່າ,ກອງ​ທະຫານ​ອິດ ສະ​ແອນປະຕິບັດ​ການຫ້າມ​ສັນຈອນ​ຢູ່​ຕົວ​ເມືອ​ງຈຳນວນ​ໜ່ຶງ,ໄດ້​ກີດຂວາງການຈົດ​ທະ​ບຽນ​ຂອງ​ຜູ່​ມີ​ສິດ​ເລືອກ​ຕັ້ງປາ​​ເລັດ​ສະຕິ​ນຄັ້ງທີ2​.

ທ່ານ​ເຈຍ​ບາ​ວີ​ເວົ້າວ່າ,ການຈົດ​ທະບຽນ​ຂອງຜູ່​ມີ​ສິ​ດ​ເລືອກ​ຕັ້ງ​ໄດ້​ເຂົ້າສູ່​ມື້ືທີ​ສອງ,​ແລະ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ​ຢູ່​ເຂດ​ປາ​ເລັດສະຕິ​ນປົກຄອງ​ຕົນ​ເອງ​ສ່ວນ​ຫຼາຍທີ່​​ແຖບ​ກາຊາ​ແລະ​ຝ່ັງ​ຕ​າ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ,​ແຕ່​ກອງ​ທະຫານ​ອິດ​ສະລະ​ແອ​ນປະຕິບັດ​ການ​ຫ້າມ​ສັນ ຈອນ​ຢູ່​ຕົວ​ເມືອງ​ນ້ອຍອ້ອມ​ຂ້າງ​ເມືອງ​ເຈ​ນີນ​ແລະ​ເມືອງ​ເບ​​ເລ​ເຮ​ມທີ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳ ຈໍ​ແດນ,​ໄດ້​ສ້າງຄວາມ​ຫຍຸ້ງຍາກ​ໃຫ້​​ແກ່​ການ​ຈົດ​ທະບຽນຂອງ​ຜູ່​ມີ​ສິດ​ເລືອກ​ຕັ້ງ.

ທ່ານ​ເຈຍ​ບາ​ວີ​ເວົ້າວ່າ,ຝ່າຍ​ປາ​ເລັດ​ສະຕິ​ນພວມ​ຄົ້ນຄວ້າ​ໃຊ້​ທຸກມາດ​ຕະການ​ທີ່​ອາດ​ເປັນ​ໄປ​ໄດ້​,​ເຊິ່ງລວມທັງ​ແກ່ຍາວ​ເວລາ​ຈົດ​ທະບຽນ​ເປັນຕົ້ນ,​ເພື່ອ​ຮັບປະກັນ​ການ​ຈົດ​ທະບຽນ ຂອງຜູ່​ມີ​ສິດ​ເລືອກ​ຕັ້ງ​ໃຫ້ສຳ​ເລັດ​ລົງ.