ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-06 18:53:25    
ທ່ານ​ອາລາ​ຟັດ​ສັ່ງ​ໃຫ້​ອົງການ​ຮັກສາ​ຄວາມ​ປອດ​ໄພ​ອອກ​ແຮງປົວ​ແປງ​ສະຖານະ​ການ​ວຸ້ນວາຍ

cri Author: qin

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ6​ກັນຍາ,ທ່ານຊາ​ອາສລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ກ່າວ​ວ່າ,ທ່ານ​ອາລາ​ຟັດ, ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​ສັ່ງ​ໃຫ້​ອົງການ​ຮັກສາ​ຄວາມ​ປອດ​ໄພ​ໃຊ້​ມາດ​ຕະການ​ຢ່າງ​ເຂັ້ມ​ງວດ,ອອກ​ແຮງ​ປົວ​ແປງ​ສະຖານະ​ການ​ອັນວຸ້ນວາຍ​​ຢູ່​ໃນ​ເຂດ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ໃນ​ສະ​ເພາະ​ໜ້າ​ນີ້​ເພື່ອ​ຮັບ​ປະກັນ​ຄວາມ​ປອດ​ໄພ.

ທ່ານຊາ​ອາສເຜີຍ​ໃຫ້​ຮູ້​ວ່າ,​​ຕອນ​​ເດິກ​​ວັນ​ທີ5​ກັນຍາ,ທ່ານ​ອາລາ​ຟັດ​ໄດ້​ຮຽກ​​ໂຮມ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ປາ​ເລັສຕິນ​ແລະ​ຄະນະ​ກຳມະການ​ສູນ​ກາງ​ຂອງ​ອົງການ​ອານ​ຟາ​ຕາ​ມາຈັດ​ກອງ​ປະຊຸມ,​​ເຈາະ​ຈົງ​ຫາລື​ບັນຫາ​ກ່ຽວ​ກັບ​ຄວາມ​ວຸ້ນວາຍ​ຢູ່​ໃນ​ເຂດ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ໃນ​ສະ​ເພາະ​ໜ້ານີ້.​

ແຕ່​ເດືອນ​ກໍລະກົດ​ປີ​ນີ້​ມາ,​ແຖບ​ກາຊາ​ແລະ​ເຂດ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນຳ້​ຈໍ​ແດນ​ໄດ້​ເກີດ​ເຫດການ​ຜູ່​ປະກອບ​ອາວຸດ​ທີ່​ບໍ່​ຮູ້​ຖານະ​ລັກ​ພາ​ຕົວ​ຫຼື​ຫຼອນ​ໂຈມ​ຕີ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ປາ​ເລັສຕິນຫຼາຍ​ລາຍ​ຢ່າງ​ລຽນຕິດ,​ພາ​ໃຫ້​ສະຖານະ​ການ​ຄວາມ​ປອດ​ໄພຂອງ​ປາ​ເລັສຕິນຕົກ​ຢູ່​ໃນ​ສະພາບ​ວຸ້ນວາຍ.