ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-07 18:45:10    
ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກັບ​ກອງ​ປະກອບ​ອາວຸດ​ຂອງ​ທ່ານ​ຊາດ໌​ເກີດ​ການ​ປະ​ທະ​ກັນ​ຢ່າງ​ດຸ​ເດືອດ

cri

ຕາມ​ຂ່າວCRI: ວັນ​ທີ 7 ກັນຍາ​ນີ້ ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ, ​ໃນ​ມື້​ດຽວ​ກັນ, ຢູ່​​ເມືອງ​ຊາດ໌​ຂອງແບກ​ແດດ ນະຄອນຫຼວງອີຣັກ, ກອງ​ທະຫານ​ອາ​ເມ​ລິ​ກາກັບ​ກອງ​ປະກອບ​ອາວຸດທ່ີ​ຈົງ​ຮັກ​ພັກດີ​ຕໍ່ທ່ານ​ຊາດ໌ ຜູ່​ນຳ​ຝ່າຍ​ນິກາຍ​ຊີ​ອິດ​ຂອງອີຣັກທ່ີ​ຕ້ານ​ອາ​ເມ​ລິ​ກາ​ໄດ້​ເກີດ​ການ​ລົບ​ເລວ​ກັນ​ຢ່າງ​ດຸ​ເດືອດ.

ຕາມ​ຂ່າວ​ຈາກ​ກະຊວງ​ສາທາລະນະ​ສຸກ​ອີຣັກ, ​ພາຍໃນ 24 ຊ່ົວ​ໂມງ​ທ່ີ​ຜ່ານ​ມາ, ການ​ປະ​ທະ​ກັນ​ຢູ່​ເມືອງ​ຊາດ໌​ໄດ້​ເຮັດ​ໃຫ້​ຊາວ​ອີີຣັກ 40 ຄົນ​ເສຍ​ຊີວິດ, ອີກ​ເກືອບ 200 ຄົນ​ບາດ​ເຈັບ. ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກກ່າວ​ວ່າ, ໃນ​ການ​ປະ​ທະ​ກັນ​ເທ່ືອ​ນີ້ ມີທະຫານ​ອາ​ເມ​ລິ​ກາ​ຜູ່​ໜ່ຶງ​ເສຍ​ຊີວິດ​, ຫຼາຍຄົນ​ບາດ​ເຈັບ. ນອກ​ນີ້, ພາຍ​ໃນ 24 ຊ່ົວ​ໂມງ​ທ່ີ​ຜ່ານ​ມາ, ຍັງ​ມີ​ທະຫານ​ອາ​ເມ​ລິ​ກາ 3 ຄົນ​ຖືກ​ກອງ​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ​ຂອງ​ອີຣັກ​ຍິງຕາຍ​ຢູ່​ມໍ່​ແບກ​ແດດ.

ນອກ​ນີ້​ຂ່າວ​ແຈ້ງວ່າ, ວັນ​ທີ 7 ກັນຍາ​ນີ້ ທ່ານ​ລາ​ເຮີ​ມານ​ໂຄສົກ​ກະຊວງ​ພາຍ​ໃນ​ຂອງ​ລັດຖະບານ​ຊ່ົວຄາວ​ອີຣັກກ່າວ​ວ່າ, ຕອນ​ເຊົ້າ​ວັນ​ທີ 7 ກັນຍາ​ນີ້ ຂະ​ບວນລົດ​ຂອງ​ທ່ານ​ໄຮ​ດຼີ ​ເຈົ້າ​ແຂວງ​ແຂວງ​ແບກ​​ແດດຖືກ​ຜູ່​ປະກອບ​ອາວຸດ​ທ່ີ​ບໍ່​ຮູ້​ຖານະຫຼອນ​ໂຈມ​ຕີ, ​ແຕ່ທ່ານ​ໄຮ​ດຼີໄດ້​ພົ້ນ​ໄພ.