ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-07 20:25:48    
ອົງການ​ຮາ​ມາສຍິງ​ລ໊ອກ​ເກັດ​ແກ້​ແຄ້ນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ທະຫານ​ອິສລາ​ແອນ

cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 7 ກັນຍາ​ນີ້​ຢູ່​ພາກ​ເໜືອ​ແຖບ​ກາຊາ, ຂະ​ບວນການ​ຕໍ່ຕ້ານ​ຂອງ​ອິສລາມ​ປາ​ເລັສຕິນຫຼືຮາ​ມາສ​ໄດ້​ຍິງ​ລ໊ອກ​ເກັດ​ຄາ​ຊັນ​ທ່ີ​ຜະລິດ​ເອງ 5 ລູກ​ໃສ່​ຕົວ​ເມືອງ​ອິສລາ​ແອນ​ແລະຈຸດ​ຕັ້ງ​ຖ່ິນ​ຖານ​ຊາວ​ຢິວທ່ີ​ຢູ່​ມໍ່​ຫັ້ນ, ​ເພ່ືອ​ແກ້​​ແຄ້ນ​ກອງ​ທະຫານ​ອິສລາ​ແອນ​ໂຈມ​ຕີ​ທາງ​ອາກາດ​ໃນ​ຕອນຂ້ອນ​ແຈ້ງວັນ​ທີ 7 ກັນຍາ​ ເຮັດ​ໃຫ້​ຊາວ​ປາ​ເລັສຕິນ 14 ຄົນ​​ເສຍ​ຊີວິດ​.

ການ​ໂຈມ​ຕີ​ລັກສະນະ​ແກ້​ແຄ້ນ​ຂອງ​ຮາ​ມາສ​ໄດ້​ເຮັດ​ໃຫ້​ຊາວ​ອິສລາ​ແອນ 1 ຄົນ​ບາດ​ເຈັບ​ແລະ​ສ່ິງ​ກໍ່​ສ້າງສ່ວນ​ໜ່ຶງຖືກ​ທຳລາຍ.

ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 7 ກັນຍາ​ນີ້, ຍົນ​ເຮ​ລີ​ກົບ​ປະກອບ​ອາວຸດ AH-64 ຂອງ​ອິສລາ​ແອນ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ 5 ລູກ​ໃສ່​ຄ້າຍ​ຝຶກ​ແອບ​​ແຫ່ງ​ໜ່ຶງ​ຂອງ​ຮາ​ມາສທ່ີຢູ່​ພາກ​ຕາ​ເວັນ​ອອກ​ເມືອງ​ກາຊາ, ​ເຮັດ​ໃຫ້ 14 ຄົນ​ເສຍ​ຊີວິດ, 30 ກວ່າ​ຄົນ​ບາດ​ເຈັບ, ​ໃນ​ນັ້ນມີ 9 ຄົນ​ບາດ​ເຈັບ​ໜັກ.