ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-08 11:58:39    
ທ່ານ​ຊາ​ລົງ​ກ່າວ​ວ່າ,​ຈະ​ບໍ່​ພິ​ຈາ​ລະ​ນາ​ຖອນ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ຢິວ​ຫຼາຍ​ກວ່າ​ເກົ່າ​ໃນ​ຊ່ົວ​ໄລ​ຍະ​ນີ້

cri Author: zs
CRIລາຍ​ງານ​ວ່າ:ວັນ​ທີ7​ກັນຍາ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ໜັງສືພິມ​ເຢລູຊາ​ເລັມ​ພົສ໌,ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິດສະລະ​ແອນກ່າວ​ວ່າ,ພາຍຫຼັງຖອນຈຸດ​ຕັ້ງຖິ່ນຖານ​ຊາວ​ຢິວ21​ແຫ່ງ​ທີ່​ກາຊາ​ແລະ​ຈຸດ​ຕັ້ງຖ່ິນ​ຖານ​ຊາວ​ຢິວ4​ແຫ່ງ​ອອກ​ຈາກ​ຝັ່ງ​ຕາ​ເວັນຕົກ​ແມ່ນ້ຳຈໍ​ແດນ​ໂດຍ​ອີງ​ຕາມ​ແຜນການແຕ່​ຝ່າຍ​ດຽວ​ແລ້ວ,ອິດ​ສະລະ​ແອນ​ຈະ​ບໍ່ພິຈາລະນາ​ຖອນ​ຈຸດ​ຕັ້ງ ຖ່ິນ​ຖານ​ຊາວ​ຢິວຫຼາຍກວ່າ​ເກົ່າ​ໃນ​ຊ່ົວ​ໄລຍະ​ນີ້.

ທ່ານ​ຊາ​ລົງ​ຍັງ​ເວົ້າວ່າ,ທະ​ແນມ​ແຕ່​ລັດທິ​ກໍ່​ການ​ຮ້າຍ​ຂອງ​ປາ​ເລັດ​ສະຕິ​ນຍັງ​ບໍ່​ຢຸດຕິ​ການ​ເຄື່ອນ​ໄຫວ​,ອົງການ​ກໍ່ການ​ຮ້າຍ​ບໍ່​ໄດ້​ຖືກຍຸບ​ຢ່າງ​ເຖິງ​ຖອງ,ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັດ​ສະຕິ​ນບໍ່​ໄດ້​ປະຕິບັດ​ການ​ປະຕິ​ຮູບ​ຢ່າງບັງ​ເກີດ​ຜົນ,ອິດ​ສະລະ​ແອນ​ກໍ​ຈະ​ບໍ່​ພິຈາລະນາ​ຖອນ​​ຈຸດ​ຕັ້ງຖ່ິນ​ຖານ​ຊາວ​ຢິວຕື່ມ​ອີກ.ທ່ານ​ກ່າວ​ວ່າ,​ເຖິງ​ວ່າ​ອາ​ເມ​ລິ​ກາ​ມີ​ຄວາມ​ເຫັນ​ຕ່າງ​ກັນ,ອິດ​ສະລະ​ແອນ​ຍັງ​ຈະ​ສືບ​ຕໍ່ຂະຫຍາຍ​ສ້າ​ງ​ເຮືອນ​ຢູ່​ໃນ​ຈຸດ​ຕັ້ງຖ່ິນ​ຖານ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ.