ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-08 17:12:11    
ຈຳ​ນວນຄົນ​ຕາຍ​ຂອງກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ລື່ນ​ກາຍ1000​ຄົນ​ແລ້ວ

cri Author: qin

ຕາມ​ຂ່າວCRI,ວັນ​ທີ7​ກັນຍາ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​ມີ​ທະຫານ​ອີກ7​ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ.ນັບ​ມາ​ຮອດ​ປະຈຸ​ບັນ,​ຍອດ​ຈຳນວນ​ທະຫານ​ອາ​ເມ​ລິ​ກາທີ່​ເສຍ​ຊີວິດ​ຢູ່​​ອີຣັກ​ແຕ່​ເກີດ​ສົງຄາມ​ອີຣັກ​ເມື່ອ​ເດືອນ​ມີນາ​ປີ2003​ມາ​ນີ້​ໄດ້​ລື່ນ​ກາຍ1000​ຄົນ​ແລ້ວ.

ຕົວ​ເລກ​ນີ້​ແມ່ນ​ຂ່າວສານ​ອາ​ເປ​​ໄດ້​ມາ​ຈາກ​ສະຖິຕິ​ຝ່າຍ​ທາງ​ການ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ,ຂ່າວ​ທີ່​ກ່ຽວຂ້ອງ​ແລະ​ບົດ​ລາຍ​ງານ​ຂອງ​ຄອບຄົວ​ທະຫານ​ທີ່​ເສຍ​ຊີວິດ.

ວັນ​ທີ7​ກັນຍາ,ທ່ານ​ເຄີຣີຜູ່​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ພັກດີ​ໂມ​​ແກຼດອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງການ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ,ວັນ​ທີ7​ກັນຍາ​ໄດ້​ເປັນ​ຫຼັກ​ໝາຍ​ທາງ​ແຫ່ງ​ຄວາມ​​ໂສກ​ເສົ້າແຕ່​ສົງຄາມ​ອີຣັກມາ​ນີ້.ທ່ານ​ກ່າວ​ວ່າ,ລັດຖະບານ​ອາ​ເມ​ລິ​ກາ​ຄວນ​ທຳ​ການ​ຕົກລົງ​ອັນ​ຖືກຕ້ອງ​ໃນ​ບັນຫາ​ອີຣັກ​ເພື່ອ​ຖອນ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກຄື​ນ​ເມືອ.