ຕາມຂ່າວສານຊິນຮວາ: ວັນທີ 8 ກັນຍາ ເຈົ້າໜ້າທ່ີປາເລັສຕິນຢືນຢັນວ່າ, ຕອນເດິກວັນທີ 7 ກັນຍາ, ທ່ານໂຄເຣ ນາຍົກລັດຖະມົນຕີລັດຖະບານປາເລັສຕິນປົກຄອງຕົນເອງໄດ້ແຈ້ງສະມາຊິກຄະນະລັດຖະບານວ່າ, ທ່ານຢາກລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ.
ເຈົ້າໜ້າທ່ີປາເລັສຕິນໄດ້ຍົກເອົາຄຳເວົ້າຂອງທ່ານໂຄເຣມາກ່າວວ່າ, ໃນບັນຫາກອງປະຊຸມສາກົນຊ່ອຍເຫຼືອປາເລັສຕິນ ທ່ານໂຄເຣໄດ້ຖົກຖຽງກັບທ່ານອາລາຟັດ ປະທານອົງການອຳນາດແຫ່ງຊາດປາເລັສຕິນຢ່າງດຸເດືອດ, ສະນັ້ນ ທ່ານໂຄເຣຈ່ຶງຢາກລາອອກຈາກຕຳແໜ່ງ. ແຕ່ທ່ານໂຄເຣຍັງບໍ່ທັນໄດ້ຍ່ືນໃບຂໍລາອອກຈາກຕຳແໜ່ງ.
|