ຕາມຂ່າວCRI: ວັນທີ 7 ກັນຍາ, ປະຊາຄົມໂລກໄດ້ກ່າວປະນາມການເຄື່ອນໄຫວທາງການທະຫານຂອງອິດສະລາແອນຢູ່ເຂດກາຊາໃນຕອນຮຸ່ງເຊົ້າວັນທີ 7 ກັນຍາໄດ້ເຮັດໃຫ້ສາມັນຊົນຕາຍແລະບາດເຈັບ.
ເພື່ອແກ້ແຄ້ນຮາມັສກໍ່ການຫລອນໂຈມຕີແບບລະເບີດຂ້າໂຕຕາຍສອງລາຍຢູ່ພາກໃຕ້ອິດສະລາແອນໃນວັນທີ 31 ສິງຫາ, ເຮັດໃຫ້ຊາວອິດສະລາແອນ 16 ຄົນເສຍຊີວິດ, ຕອນຮຸ່ງເຊົ້າວັນທີ 7 ກັນຍາ, ຍົນເຮລິກົບປະກອບອາວຸດຂອງອິດສະລາແອນໄດ້ຍິງລູກສອນໄຟນຳວິຖີ 5 ລູກໃສ່ຄ້າຍເຝິກແອບແຫ່ງໜຶ່ງຂອງອົງການຮາມັສທີ່ຕັ້ງຢູ່ເບື້ອງຕາເວັນອອກຂອງເມືອງກາຊາ, ເຮັດໃຫ້ຊາວປາເລັສຕີນ 14 ຄົນຕາຍ, 30 ກວ່າຄົນບາດເຈັບ.
ມື້ດຽວກັນ, ຢູ່ທີ່ເລີແກ, ທ່ານເກັດ ລັດຖະມົນຕີການຕ່າງປະເທດເອຢິບໄດ້ອອກຖະແຫລງການ, ກ່າວປະນາມການກະທຳດ່ັງກ່າວຂອງອິດສະລາແອນ, ແລະເຫັນວ່າ, ການກະທຳຂອງຝ່າຍອິດສະລະແອນບໍ່ມີຜົນດີຕໍ່ການຜ່ອນຄາຍສະຖານະການລະຫວ່າງປາເລັສຕີນແລະອິດສະລາແອນ. ທ່ານພໍແວວ ລັດຖະມົນຕີການຕ່າງປະເທດອາເມລິກາກໍ່ກ່າວຢູ່ວໍຊິງຕັນວ່າ, ການໂຈມຕີທາງການທະຫານທີ່ມີລັກສະນະແກ້ແຄ້ນຂອງອິດສະລາແອນທີ່ມີຕໍ່ຮາມັສບໍ່ແມ່ນວິທີແກ້ໄຂບັນຫາ, ແລະກໍ່ບໍ່ມີຜົນດີຕໍ່ຂະບວນວິວັດສັນຕິພາບຕາເວັນອອກກາງ.
|