ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-10 17:59:33    
ນາ​ຍົກ​​ແອສ​ປາຍ​ເວົ້າ​ວ່າ,​ການ​ກໍ່​ສົງ​ຄາມ​ອີ​ຣັກ​ແມ່ນ​ຄວາມ​ຜິດ​ພາດ​ອັນ​ເດັ່ນ​ຊັດ

cri Author: zs
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ9​ກັນຍາ,ທ່ານ​ຊາ​ປາ​ເຕ​ໂລ ນາຍົກລັດຖະມົນຕີ​ແອ​ສປາຍ​ທີ່​ໄປ​ຢ້ຽມຢາ​ມຕຸຍ​ນີຊີ​ຊີ້​ອອກ​ວ່າ,ການ​ກໍ່​ສົງຄາມ​ອີຣັກ​ແມ່ນ​ຄວາມ​ຜິດພາດ​ອັນ​ເດັ່ນ​ຊັດ,ຜູ່​ກໍ່​ສົງ​ຄາມ​ບັ້ນນີ້​ບໍ່​ມີ​ຄຸນ​ວຸດ​ທິລິ​ເລີ່​ມສັນຕິພາບ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ​ໃນ​ຕໍ່​​ໄປ​ພາຍ​ໜ້າ.

ທ່ານ​ຊາ​ປາ​ເຕ​ໂລ​ກ່າວ​ເນັ້ນວ່າ,ທ່ານ​ຕົກລົງ​ຖອນ​ທະຫານ​ແອ​ສປາຍ​ອອກ​ຈາກ​ອີຣັກ​ໃນ​ຫ້າ​ເດືອນ​ກ່ອນ​ແມ່ນ​ຖືກຕ້ອງ​ທີ່​ສຸດ,​ເພາະວ່າ​ມັນ​ສອດຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາ​ຖະໜາ​ຂອງ​ປະຊາຊົນ​ແອ​ສປາຍ​ສ່ວນ​ຫຼາຍທີ່​ສຸດ.ທ່ານ​ຍັງກ່າວ​ປະນາມ​ການ​ກະທຳຈີ້​ຕົວ​ປະກັນ​ທີ່​ເກີດ​ຂຶ້ນຢູ່​ອີຣັກ​ຢ່າງ​ເນື່ອງນິດ,​ແລະ​ເຫັນ​ວ່າ,ສະຖານະ​ການ​ໃນສະ​ເພາະ​ໜ້າ​ນີ້​ຕ້ອງການສະຫະ​ປະຊາ​ຊາດ​ໃຊ້​ມາດ​ຕະການ​ທາງການ​ເມືອງ​ໂດຍ​ດ່ວນ.