ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-13 20:38:12    
ກອງ​ທະຫານ​ອາ​ເມ​ລິ​ກາ​ຫຼອນ​ໂຈມ​ຕີ​ເມືອງ​ຟາ​ນລູຈາຈາກ​ທາງ​ອາກາດ ​ເຮັດ​ໃຫ້16ຄົນ​ຕາຍ

cri Author: qin

ຕາມ​ຂ່າວCRI,ວັນ​ທີ13​ກັນ​ຍາ,ກອງ​ທະຫານ​ອາ​ເມ​ລິກປະ​ຈຳ​ອີຣັກ​ໄດ້​ແຕ່ງ​ຍົນ​ລົບ​ໄປ​
ຖິ​້ມ​ລະ​ເບີດ​ໃສ່​ເມືອງ​ຟານ​ລູຈາ ​ເມືອງ​ມຸສລິ​ມນິກາຍ​ຊຸນ​ນີ​ອີກ​ເທື່ອໜຶ່ງ,​ຢ່າງ​ໜ້ອຍ​ມີ16ຄົນ​ຕາຍ,20​ກວ່າຄົນ​ບາດ​ເຈັບ.

ຕາມ​ຜູ່​ເຫັນ​ກັບ​ຕາ​ກ່າວ​ວ່າ,ຍົນ​ລົບຂອງ​ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ບິນ​ໄປ​ເຖິງ​ເທິງ​ອາ​ກາດ​ເມືອງ​ຟາ​ນລູຈາ​ເລື້ອຍໆ,ສ່ວນ​ກອງ​ທະຫານ​ອາ​ເມ​ລິ​ກາ​ທີ່​ຈັດ​ວາງ​ຢູ່​ນອກ​ເມືອງ​ຟານ​ລູຈາ​ກໍ​ໄດ້​ຍິງ​​ປືນ​ໃຫຍ່​ໃສ່​ເມືອງ​ຟານ​ລູຈາ.​ໂຮງໝໍ​ທ້ອງ​ຖິ່ນ​ດ່ັງກ່າວ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ16ຄົນ​ທີ່ເສຍ​ຊີວິດ​ນັ້ນມີ​ແມ່ຍິງ​ແລະ​ເດັກ​ນ້ອຍ.

ເດືອນ​ເມສາ,ກອງ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເຄີຍ​ຫຼອນ​ໂຈມ​ຕີ​ເມືອງ​ຟາ​ນລູຈາ​ຢ່າງ​ຂະໜາດ​ໃຫຍ່,​ເຮັ​ດ​ໃຫ​້ພັນ​ກວ່າ​ຄົນ​ຕາຍ,ຈາກ​ນັ້ນ​ມາ,ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ຖອນ​ອອກ​ຈາກ​ເມືອງ​ຟານ​ລູຈາ.​ແຕ່​ວ່າ,​ແຕ່​ທ້າຍ​ເດືອນ​ສິງຫາ​ມາ​ນີ້,ກອງ​ທະຫານ​ອາ​ເມ​ລິ​ກາ​ໄດ້​ຫຼອນ​ໂຈມ​ຕີ​ເມືອງ​ຟານ​ລູຈາ​ທາງ​ອາກາດ​ຢ່າງ​ບໍ່​ຂາດ​ສາຍ.