ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-16 18:14:39    
ທ່ານ​ອາລາ​ຟັດ​ກ່າວ​ວ່າ​ປາ​ເລັສຕິນຈະ​ສືບ​ຕໍ່​ປະຕິບັດ​ແຜນການ​ເສັ້ນທາງ​ສັນ​ຕິ​ພາບ,ປາ​ເລັສຕິນຮຽກ​ຮ້ອງ​ປະຊາ​ຄົມ​ໂລກ​ໃຊ້​ຫຼັກ​ໝັ້ນ​​ເດັດດ່ຽວ​ໜຽວ​ແໜ້ນ​ຕໍ່​​ແຜນການ​​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວຂອງ​ອິດ​ສະລະ​ແອນ

cri Author: qin

ຕາມ​ຂ່າວCRI,ວັນ​ທີ15​ກັນຍາ,ຢູ່​ທີ່​ລາມາ​ລາ,ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​​ແຫ່ງ​ຊາດ​ປາ​ເລັສຕິນກ່າວ​ວ່າ,ປາ​ເລັສຕິນຈະ​ສືບ​ຕໍ່​ປະຕິບັດ​ແຜນການ​​ເສັ້ນທາງ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ຖ້ອຍ​ຄວາມ​ດັ່ງກ່າວ​ຂອງ​ທ່ານ​ອາລາ​ຟັດ​ແມ່ນ​​ແນ​ໃສ່​ສະ​ແດງ​ທ່າ​ທີ​ຂອງທ່ານ​ຊາ​ລົງ​.ຫວ່າງ​ມໍ່ໆ​ນີ້,ທ່ານ​ຊາ​ລົງ​ກ່າວ​ວ່າ,​ແຜນການ​ທີ່​ອິດ​ສະລະ​ແອນຈະ​ປະຕິບັດ​ນັ້ນ​ແມ່ນ​ແຜນການ​​​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ,ຫາກ​ບໍ່​ແມ່ນ​ແຜນການ​​ເສັ້ນທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ.

ວັນ​ທີ15​ກັນຍາ,ທ່ານ​ຄູ​ໄລ ນາຍົກລັດຖະມົນ​ຕີ​​ລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ອອກ​ຖະ​ແຫຼ​ງການ​,ຮຽກ​ຮ້ອງປະຊາ​ຄົມ​ໂລກ​ໂດຍ​ສະ​ເພາະ​ແມ່ນ​ສີ່​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຈົ່ງ​ໃຊ້​ມາດ​ຕະການ​ອັນ​ເດັດດ່ຽວ​ໜຽວ​ແໜ້ນ​ຕໍ່​ແຜນການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຂອງ​ອິດ​ສະລະ​ແອນ,ທວງ​ໃຫ້​ອິດ​ສະລະ​ແອນ​ຈົ່ງຢຸດຕິ​ການ​​ຂະຫຍາຍ​ສ້າງ​​ຈຸດຕັ້ງ​ຖິ່ນ​ຖານ,​ແລະມ້າງ​ກຳ​ແພງ​ຂັ້ນ​.