ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-17 09:47:15    
ໂຄສົກ​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ ທ່ານ​ອານ​ນານ​ເຫັນຕະຫຼອດ​ມາ​ວ່າ​ສົງຄາມ​ອີຣັກລະ​ເມີດ​ກົດ​ບັດ​ສະຫະ​ປະຊາ​ຊາດ

cri Author: cbf
ຕາມ​ຂ່າວສາ​ນຊິນ​ຮວາ:ວັນ​ທີ 16 ກັນຍາ,​ໃນງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນີວຢອກ,ທ່ານ​​ເຟຼັດ ​ເອັກ​ຮັດ ​ໂຄສົກ​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ,ຄຳ​ເວົ້າ​ຂອງ​ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດທີ່​ກ່າວ​ຫວ່າງ​ມໍ່ໆ​ນີ້ກ່ຽວ​ກັບ​ສົງຄາມ​ອີຣັກຜິດ​ກົດໝາຍ​ນັ້ນ​ບໍ່​​ໄດ້​ເຮັດ​ໃຫ້​ຄົນຮູ້​ສຶກ​ເປັນ​ເລື່ອງ​ບາງ​ເອີນ,​ເພາະວ່າ,ທ່ານ​ເຫັນ​ຕະຫຼອດ​ມາ​ວ່າ,ອາ​ເມ​ລິ​ກາ​ແລະ​ອັງກິດ​ຫຼົບ​ຫຼີກສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ​ກໍ່​ສົງຄາມຕໍ່​ອີຣັກນັ້ນ​ແມ່ນ​ໄດ້​ລະ​ເມີດ《ກົດບັ​ດສະຫະ​ປະຊາ​ຊາດ》.

ທ່ານ​ເອັກ​ຮັດ​ເວົ້າວ່າ,ນີ້​ແມ່ນ​ທ່ານ​ອານ​ນານ​ໃຊ້​ສັບ​ນີ້ເປັນ​ເທື່ອ​ທຳ​ອິດ,​ແຕ່​ຄຳ​ເວົ້າ​​ເຫຼົ່າ​ນີ້​ບໍ່​ມີ​ຄວາມ​ແຕກ​ຕ່າງຫຍັງກັບ​ທ່າ​ທີເປີດ​ເຜີຍຂອງ​ທ່ານ​ກ່ຽວ​ກັບ​ສົງຄາມ​ອີຣັກ​ໃນ​ເມື່ອກ່ອນ.