ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-17 20:39:48    
ທະຫານ​ອາ​ເມ​ລິ​ກາ​ຫລອນ​ໂຈມ​ຕີ​ຈຸດ​ທີ່​ຕັ້ງຂອງ​ອານ ຈາ​ກາ​ວີ ຜູ່​ນຳ​ເບີ 3 ຂອງ​ອົງການ​ອານ​ເຄດາອີກ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ​ແຕ່ວັນ​ທີ 16 ກັນຍາ​ເປັນຕົ້ນ​ມາ, ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ໄດ້​​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຕໍ່​ເມືອງ​ຟາ​ລູຈາ​ແລະ​ເມ​ືອງລາມາ​ດີ ​ທີ່​ຕັ້ງຢູ່​ທິດ​ຕາ​ເວັນ​ຕົກ​ຂອງ​ແບກ​ແດດ, ​ໂຈມ​ຕີ​ຜູ່​ປະກອບ​ອາວຸດ​ທີ່​ກ່ຽວ​ຂ້ອງ​ກັບ​ທ່ານ​ອາ​ບູ ມູຊາ ອານ ຈາ​ກາ​ວີ ຜູ່​ນຳ​ເບີ 3 ຂອງ​ອົງການ​ອານ​ເຄດາ, ​ໄດ້​ເຮັດ​ໃຫ້​ເກືອບ 40 ຄົນ​ຕາຍ​ແລະ​ບາດ​ເຈັບ.

ວັນ​ທີ 17 ກັນຍາ, ນາຍ​ໝໍ​ຂອງ​ໂຮງໝໍ​ໃຫຍ່​ຟາ​ລູຈາ​ເວົ້າວ່າ, ການ​ບຸກ​ໂຈມ​ຕີ​ຂອງ​ທະຫານ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ຟາ​ລູຈາ​ແລະ​ເຂດ​ທີ່​ຢູ່​ມໍ່ຫັ້ນ​ໄດ້​ຍຶດ​ເຍືອ​ມາ​ຮອດ​ວັນ​ທີ 17, ​ຢ່າງ​ໜ້ອຍໄດ້​ເຮັດ​ໃຫ້ 32 ຄົນ​ຕາຍ, 48 ຄົນ​ບາດ​ເຈັບ, ​ໃນ​ນັ້ນ, ມີແມ່ແລະ​ເດັກຈຳນວນໜຶ່ງ. ມື້​ດຽວ​ກັນ, ຫົວໜ້າ​ໂຮງໝໍ​ໃຫຍ່​ລາມາ​ດີ​ກໍ່ຢືນຢັນ​ວ່າ, ທະຫານ​ອາ​ເມ​ລິ​ກາ​ບຸກ​ໂຈມ​ຕີ​ເມືອງ​ລາ​ມາ​ດີ​ໄດ້​ເຮັດ​ໃຫ້ 7 ຄົນ​ຕາຍ, 5 ຄົນ​ບາດ​ເຈັບ​ແລ້ວ.