ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-20 16:39:51    
ທ່ານ​ມູ​ບາ​ລັກ​ກ່າວ​ເນັ້ນ​ວ່າ,​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຕາມ​ເວລາ​ກຳ​ນົດ​ແມ່ນ​ວິ​ທີ​ອັນ​ໜຶ່ງ​ອັນ​ດຽວ​ທີ່​​ເຮັດ​ໃຫ້​ອີ​ຣັກ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ອັດ​ຕະ​ຄັດ

cri Author: zs
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ19​ກັນຍາ,​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ແອ​ຢ​ິບ,​ທ່ານ​ມູ ບາ​ລັກ ປະ​ທາ​ນາ​ທິ​ບໍ​ດີ​​ແອ​ຢິບ​ເວົ້າ​ວ່າ,​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ມັງ​ກອນ​ປີ​2005 ຕາມ​ເວ​ລາ​ກຳ​ນົດ​ນັ້ນ​ແມ່ນ​ວິ​ທີ​ອັນ​ໜຶ່ງ​ອັນ​ດຽວ​ທີ່​ເຮັດ​ໃຫ້​ອີ​ຣັກ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ການ​ວຸ້ນ​ວາຍ​ໃນ​ສະ​ເພາະ​ໜ້າ​ນີ້.

ປະຈຸ​ບັນ​ນີ້,ສະຖານະ​ການ​ຄວາມ​ປອດ​ໄພ​ຢູ່ພາຍ​ໃນ​ປະ​ເທດອີຣັກ​ເຫັນ​ໄປ​ໃນ​ແງ່​ດີ​ບໍ່​ໄດ້. ຕາມ​ຂ່າວ​ແຈ້ງວ່າ,​ພຽງ​ໜຶ່ງ​ອາທິດ​ທີ່​ຜ່ານ​ມາ,ກໍ​ມີ​300​ກວ່າ​ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ແລະ​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ການ​ລະ​ເບີດ​ຢູ່​ອີ​ຣັກ.​ປະ​ຊາ​ຄົມ​ໂລກ​​ເກີດ​ມີ​ຄວາມ​ສົງ​ໄສ​ຕໍ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ​ໜ້າ​ຕາມ​ເວ​ລາ​ກຳ​ນົດ​ໄດ້​ຫຼື​ບໍ່.​ວັນ​ທີ​19​ກັນ​ຍາ,​ທ່ານ​ອາ​ລາ​ວີ ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ທີ່​ພວມ​ຢ້ຽມ​ຢາມ​ອັງກິດ​ກ່າວ​ວ່າ,​ອີ​ຣັກ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ຈົນ​ສຸດ​ຂີດ,​ຮັບ​ປະ​ກັນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຈັດ​ຂຶ້ນ​ໃນ​ເດືອນ​ມັງ​ກອນ​ປີ​2005​ຕາມ​ແຜນ​ການ​ເດີມ.