ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-20 18:25:06    
ທະຫານ​ອິດ​ສະລະ​ແອນ​ພວມ​ວາງ​ແຜນ​ການ​ຖອນ​ທະຫານ​ອອກ​ຈາກ​ກາຊາ

cri Author: mo
ຕາມ​ຂ່າວCRI: ໜັງສືພິມຮາ​ອາ​ເສັສຂອງ​ອິດສະ​ລາ​ແອນ​ວັນ​ທີ 20 ກັນຍາ​ລາຍ​ງານ​ວ່າ, ທະຫານ​ປ້ອງ​ກັນ​ປະ​ເທດ​ຂອງ​ອິດ​ສະລະ​ແອນ​ພວມ​ວາງ​ແຜນ​ການຖອນ​ທະຫານ​ອອກ​ຈາກ​ກາຊາ.

ຕາມ​ແຜນການ, ພາຍຫລັງ​ທະຫານ​ອິດ​ສະລະ​ແອນ​ຖອນ​ອອກ​ຈາກ​ກາຊາ​ແລ້ວ, ສຳນັກງານ​ໃຫຍ່​ຂອງ​ທະຫານ​ປ້ອງ​ກັນ​ປະ​ເທດ​ອິດ​ສະ​ລາ​ແອນ​ປະຈຳ​ກາຊາ​ຈະ​ຍ້າຍ​ໄປຢູ່​ຖານ​ທັບ​ອູ​ລີ​ມທີ່​ຫ່າງ​ຈາກ​ກາຊາ​ໄປ​ທິດຕາ​ເວັນ​ອອກປະມານ 10 ກິ​ໂລ​ແມັດ.

ຕາມ​ແຜນການການ​ເຄື່ອນ​ໄຫວແຕ່​ຝ່າຍ​ດຽວ, ອິດ​ສະ​ລາ​ແອນ​ຈະ​ຖອນອອກ​ຈາກ​ຈຸດ​ຕັ້ງຖິ່ນ​ຖານ​ຊາວ​ຢິວຢູ່​ແຖບ​ກາຊາທັງ​ໝົດ 21 ​ແຫ່ງ​ແລະ​ຈຸດ​ຕັ້ງຖິ່ນ​ຖານຊາວ​ຢິວຢູ່​ພາກ​ເໜືອ​ຝ່ັງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍແດນ 4 ​ແຫ່ງ.