ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-21 18:03:21    
ທ່ານ​ຮາ​ທາ​ມີ​ກ່າວ​ວ່າ, ອີຣານຈະ​ສືບ​ຕໍ່​ຊຸກ​ຍູ້​ແຜນການ​ນຳ​​ໃຊ້​ນິວ​ເຄຼຍ​ໂດຍ​ສັນຕິ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 21 ກັນຍາ, ທ່ານ​ຮາ​ທາ​ມີ ປະທານ​າທິບໍດີ​ອີຣານກ່າວ​ວ່າ, ​ເຖິງ​ວ່າ​ອົງການ​ພະລັງງານ​ປະລະມານູ​ສາກົນຢຸດຕິ​ວຽກ​ງານ​ກວດກາ​ສິ່ງກໍ່ສ້າງ​ນິວ​ເຄຼຍຂອງ​ອີຣານກໍ​ຕາມ, ​​ອີຣານກໍຍັງ​ຈະ​ສືບ​ຕໍ່​ຊຸກ​ຍູ້​ແຜນການ​ນິວ​ເຄຼຍຂອງ​​ຕົນ​ທີ່​ໃຊ້​ເພື່ອ​ຈຸດປະສົງ​ສັນຕິພາບ.

ທ່ານ​ຮາ​ທາ​ມີ​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ພິທີ​ລະ​ລຶກສົງຄາມ​ອີຣານອີຣັກທີ່​ຈັດ​ຂຶ້ນ​ຢູ່​ເຕ​ເຮ​ລານ. ທ່ານ​ເວົ້າວ່າ, ອີຣານ​ໄດ້​ທຳການ​ເລືອກ​ແຟ້ນ​ນຳ​ໃຊ້​​ເຕັກນິກນິວ​ເຄຼຍ​ໂດຍ​ສັນຕິ​, ຫາກ​ບໍ່​ແມ່ນ​ພັດທະນາ​ອາວຸດ​ນິວ​ເຄຼຍ. ປະຊາ​ຄົມ​ໂລກ​ຄວນ​ຮັບ​ຮອງ​ສິດ​ທຳ​ມະ​ຊາດ​ແລະ​ຊອບ​ກົດໝາຍ​ຂອງ​ອີຣານ.

ວັນ​ທີ 18 ກັນຍາ, ກອງ​ປະຊຸມ​ຄະນະ​ມົນຕີ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ​ໄດ້​ໃຊ້​ວີ​ທີ​ບໍ່​ລົງ​ຄະ​ແນນ​ສຽງ​ຜ່ານ​ມະຕິ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານ, ຮຽກຮ້ອງ​ໃຫ້​ອີຣານ​ເຊົາ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ທີ່​ກ່ຽວຂ້ອງ​ກັບ​ອຸລາ​ນີຍົມ​ຂຸ້ນ, ​ແລະ​ຮ່ວມ​ມື​ຢ່າງ​ເຕັມ​ສ່ວນ​ກັບ​ອົງການ​ພະລັງງານ​ປະລະມານູ​ສາກົນ, ​​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ຕໍ່ບັນຫາ​ທີ່​ຄ້າງ​ຄາຢູ່​ທີ່​ກ່ຽວຂ້ອງ​ກັບ​ແຜນການ​ນິວ​ເຄຼຍຂອງ​ເຂົາ​​.