ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-22 19:07:42    
ທ່ານ​ຊາ​ລົງ​ກ່າວ​ວ່າ, ຈະ​ເລືອກ​ກາລະ​ເວລາ​ອັນ​ເໝາະ​ສົມ​ໃຊ້​ການ​ກະທຳ​ຕໍ່​ທ່ານ​ອາລາ​ຟັດ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 22 ກັນຍາ, ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິດສະລະ​ແອນ​ກ່າວ​ວ່າ, ອິດ​ສະລະ​ແອນ​ຈະ​ເລືອກ​ກາລະ​ເວລາ​ອັນ​ເໝາະ​ສົມ, ​ໃຊ້​ການ​ກະທຳ​ຕໍ່​ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ.

ວັນ​ທີ 22 ກັນຍາ, ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ວິທະຍຸ​ອິດ​ສະລະ​ແອນ​, ທ່ານ​ຊາ​ລົງ​ກ່າວ​ວ່າ, ອິດ​ສະລະ​​ແອນ​ເຄີຍ​ໃຊ້​ການ​ກະທຳ​ຕໍ່​ຜູ່​ນຳ​ຂອງ​ອົງການ​ຮາ​ມັສ ຂະ​ບວນການ​ຕໍ່ຕ້ານ​ອິສລາມ​ປາ​ເລັສຕີນ​ໃນ​ເວລາ​ອັນ​ເໝາະ​ສົມ, ຖ້າ​ກາ​ລາ​ເວລາ​ສຸກ​ງອມ, ອິດສະ​ລະ​ແອນ​ກໍ​ຈະ​ໃຊ້​ການ​ກະທຳ​ຕໍ່​ທ່ານ​ອາລາ​ຟັດ​ເຊັ່ນ​ດຽວ​ກັນ. ​ແຕ່​ພ້ອມ​ກັນນັ້ນ, ທ່ານ​ຊາ​ລົງ​ແຍ້ມ​ໃຫ້​ຮູ້​ວ່າ, ປະຈຸ​ບັນ, ອິດ​ສະລະ​ແອນ​ຍັງ​ບໍ່​ທັນ​ໄດ້ວາ​ງ​ແຜນການ​ປະ​ເພດ​ນີ້.

ນີ້​ແມ່ນ​ທ່ານ​ຊາ​ລົງ​ກ່າວ​ເປັນ​ເທື່ອ​ທີ​ສອງ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ​ຈະ​ໃຊ້​ກາ​ນກະທຳ​ຕໍ່​ທ່ານ​ອາລາ​ຟັດ.