ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-23 11:51:26    
ນາ​ຍົກ​ປາ​ເລັດສ​ຕີນ​ກ່າວ​ປະ​ນາມ​ເຫດ​ການ​ລະ​ເບີດ​ທ່ີ​ເຢ​ລູ​ຊາ​ເລັມ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 22 ກັນ​ຍາ ທ່ານ​ຄູ​​ໄລ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ ຖະ​ານ​ປາ​ເລັດສ​ຕີນ​ປົກ​ຄອງ​ຕົນ​ເອງ​ອອກ​ຖະ​ແຫລງ​ການ,ກ່າວ​ປະນາມ​ເຫດ​ການ​ລະ​ເບີດ​ແບບ​ສະ​ຫລະ​ຊີບ​ທ່ີ​ເກີດ​ຂຶ້ນ​ຢູ່​ເຢ​ລູ​ຊາ​ເລັມ​ມື້​ດຽວ​ກັນ​.

​ໃນ​ຖະ​ແຫລງ​ການ, ທ່ານ​ຄູ​ໄລ​ເວົ້າວ່າ, ການ​ກະ​ທຳ​ແບບ​ນີ້​ໄດ້​ຝ່າ​ຝືນ​ຜົນ​ປະ​ໂຫຍດ​ຂອງ​ປາ​ເລັດສ​ຕີນ,​ແລະ​ໄດ້​ສະຫນອງ​ຂໍ້​ອ້າງ​​ໃຫ້​ອິສ​ລະ​ແອນ​ໂຈມ​ຕີ​ປາ​ເລັດສ​ຕີນ, ຕ້ອງ​ຢຸດ​ຕິ​ໃນ​ທັນ​ທີ.ພ້ອມ​ກັນ​ນັ້ນ ຖະ​ແຫລງ​ການ​ຮຽກ​ຮ້ອງ​ອິສ​ລະ​ແອນ​ຈົ່ງ​ເຄົາ​ລົບ​ສັນ​ຍາ​ຢຸດ​ຍິງ​ລະ​ຫວ່າງ​ສອງ​ຝ່າຍ, ຟື້ນ​ຟູ​ການ​​ເຈລະຈາ​ລະ​ຫວ່າງ​ປາ​ເລັສດ​ຕີນ​ອິສ​ລະ​ແອນ​ກ່ຽວ​ກັບ​ຖາ​ນະ​ສຸດ​ທ້າຍ.

ມື້​ດຽວ​ກັນ ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​​ໃຫຍ່​ສະ​ຫະ​ປະຊາ​ຊາດ​ກໍ່ໄດ້​ອອກ​ຖະ​ແຫລງ​ການ, ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ລະ​ເບີດ​ແບບ​ສະ​ຫລະ​ຊີບ​ທ່ີ​ເກີດ​ຂຶ້ນ​ຢູ່​ເຢ​ລູ​ຊາ​ເລັມ​ໃນ​ມື້​ດຽວ​ກັນ.ທ່ານ​ຮຽກ​ຮ້ອງ​ລັດ​ຖະ​ບານ​ປາ​ເລັດສ​ຕີນ​ປົກ​ຄອງ​ຕົນ​ເອງ​ຕ້ອງ​ໃຊ້​ທຸກ​ມາດ​ຕະການ​​ອັນ​ຈຳ​ເປັນ​ກັ້ນ​ກາງ​ການ ເກີດ​ເຫດ​ການ​ທ່ີ​ຄ້າຍຄື​ກັນ​ນີ້​ອີກ.

ຂ່າວ​ແຈ້ງວ່າ, ພາຍ​ຫລັງ​ເກີດ​ເຫດ​ານ​ລະ​ເບີດ​ແບບ​ສະ​ຫລະ​ຊີບ​ຢູ່​ເຢ​ລູ​ຊາ​ເລັມ​ແລ້ວ, ທ່ານ​ຊາ​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ລະ​ແອນ​ກ່າວ​ວ່າ, ອິສ​ລະ​ແອນ​ຈະ​ໂຈມ​ຕີ​ລັດ​ທິ​ກໍ່​ການ​ຮ້າຍ​ຢ່າງ​ສຸດ​ຂີດ.

ຕອນ​ບ່າຍ​ວັນ​ທີ 22 ກັນຍາ, ຢູ່​ພາກ​ເຫນືອ​ເຢ​ລູ​ຊາ​ເລັມ​ເກີດ​ເຫດ​ການ​ລະ​ເບີດ​ແບບ​ສະ​ຫລະ​ຊີບ, ຢ່າງ​ຫນ້ອຍ​ມີສາມ​ຄົນ​ຕາຍ ​ເຊິ່ງ​ລວມ​ທັງ​ຜູ່​ກໍ່​ເຫດ,ປະ​ມານ 15 ຄົນ​ບາດ​ເຈັບ.ກອງ​ພົນ​ນ້ອຍ​ວິ​ລະ​ຊົນ​ອັກ​ຊາສ໌​ທ່ີ​ຂຶ້ນ​ກັບ​ຂະ​ບວນປົດ​ປ່ອຍ​ຊາດ​ປາ​ເລັສ​ຕີນ ຫລື​ອານ​ຟາ​ຕາ​ປະກາດ​ໃນ​ມື້​ດຽວ​ກັນ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ນີ້​.