ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-23 12:00:03    
ສີ່​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຈັດ​ການ​ເຈ​ລະ​ຈາ​ຮອບ​ໃຫມ່​ຢູ່​ສະ​ຫະ​ປະ​ຊາ​ຊາດ

cri Author: sayvanny
ຕາມ​ຂ່າວCRI: ວັນ​ທີ 22 ກັນຍາ ສີ່​ຝ່າຍກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ໄດ້​ຈັດການ​ເຈລະຈາ​ຮອບ​ໃຫມ່​ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທ່ີ​ນິວຢອກ​ແລ້ວ​​ໄດ້ອອກ​ຖະ​ແຫລ​ງການ, ຮຽກ​ຮ້ອງ​ອີກ​ເທື່ອ​ຫນຶ່ງ​ໃຫ້​ສອງ​ຝ່າຍ​ປາ​ເລັດສ​ຕີນ​ອິສ​ລະ​ແອນ​ປະ​ຕິ​ບັດ​ແຜນ​ການ​ເສັ້ນ​ທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ຢ່າງ​ຈິງ​ຈັງ.

ຖະ​ແຫລງ​ການ​ສະ​ແດງ​ຄວາມ​ວິ​ຕົກ​ກັງວົນ​ນຳ​ການ​ການ​ກໍ່​ການ​ຮ້າຍ​ແລະ​ການປະ​ທະ​ກັນ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ໄດ້​ເກີດ​ຂຶ້ນ​ຢູ່​ພາກ​ຕາ​ເວັນ​ອອກ ກາງ​ເລື້ອຍໆ​ແລະ​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ຕົກ​ຢູ່​ໃນ​ສະ​ພາ​ຄາ​ກັນ​ອ່າງ​ຍ່າງ, ​ເຫັນ​ວ່າ, ສະ​ຖາ​ນະ​ການ​ຢູ່​ເຂດ​ດ່ັງ​ກ່າວ​ພວມ​ຕົກຢູ່​ໃນ​ສະ​ພາບ​ຫຍຸ້ງ​ຍາກ​ທ່ີ​ສຸດ, ການ​ປະຕິບັດ​ແຜນ​ການ​ສັນທາງ​ສັນ​ຕິ​ພາບ​ນັ້ນບໍ່​​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ດ້ານ​ທາດ​ແທ້​ໃດໆ.

ຖະ​ແຫລງ​ການ​ຮຽກ​ຮ້ອງ​ຝ່າຍ​ປາ​ເລັດສ​ຕີນ​ຕັ້ງ​ຫນ້າ​ຊຸກ​ຍູ້​ການ​ປະຕິ​ຮູບ​ຄວາມ​ປອດ​ໄພ, ສ້າງ​ລະ​ບອບ​ກົດ​ຫມາຍ​ຄືນ​ໃຫມ່, ​ແລະ​ທຳ​ການ​ກະກຽມ​​ເປັນ​ຢ່າງ​ດີ​ເພື່ອ​ຮັບ​ການຄຸ້ມ​ຄອງ​ແຖບ​ກາ​ຊາ.ຖະ​ແຫລງ​ການ​ຊົມ​ເຊີຍ​ຝ່າຍ​ປາ​ເລັດສ​ຕີນ​ທ່ີ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຈັດ​ການ​ເລືອກ​ຕັ້ງ​ທ້ອງ​ຖີ່ນ​ທ່ີ​ທ່ຽງ​ທຳ​ແລະ​ເສ​ລີ​ພາບ,ທວງ​ໃຫ້​ສອງ​ຝ່າຍ​ອິສ​ລະ​ແອນ​ປາ​ເລັດສ​ຕີນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ເລື່ອງ​ນີ້.

ພ້ອມ​ກັນ​ນັ້ນ​ຖະ​ແຫລງ​ການ​ທວງ​ໃຫ້​ລັດ​ຖະ​ບານ​ອິສ​ລະ​ແອນ​ມ້າງ​ຈຸດ​ຕັ້ງ​ຖີ່​ນຖານ​ຊາວ​ຢິວທ່ີ​ສ້າງ​ຂຶ້ນ​ຫລັງ​ເດືອນ​ມີນາ​ປີ 2001 ຕາມ​ຄວາມ​ຕ້ອງ​ການ​ໃນ​ແຜນ​ການ​ເສັ້ນ​ທາງ​ສັນ​ຕິ​ພາບ,​ແລະ​ເຊົາ​ສ້າງ​ຈຸດ​ຕັ້ງ​ຖີ່ນ​ຖານ​ໃຫມ່​ບົນ​ດິນ​ແດນ​ທ່ີ​ຖືກ​ຍຶດ​ຄອງ.