ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-23 15:11:43    
ອີ​ຣັກ​ປະ​ຕິ​ເສດ​ບໍ່​ຮັບ​ຮອງ​ວ່າ​"ດອກ​ເຕີ​ຈຸ​ລິນ​ຊີ"ຈະ​ຖືກ​ປ່ອຍ​ຕົວ​ໃນ​ໄວໆ​ນີ້(ພາບ)

cri Author: zs

             

CRIລາຍ​ງານ​ວ່າ:ວັນ​ທີ22​ກັນຍາ,ທ່ານ​ໂຮ​ສຢາ ​ເຊ​ບາ​ລີ ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ລັດຖະບານ​ຊົ່ວຄາວ​ອີຣັກປະຕິ​ເສດບໍ່ຮັບຮອງ​ວ່າ​ທ່ານ​ນາງຣີຮາບ ບາ​ຊິດ ຕາ​ຮາ ນັກ​ວິ​ທະ​ຍາ​ສາດ​ອີຣັກທີ່​ຖືກ​ເອີ້ນ​ເປັນ "ດອກ​ເຕີ​ຈຸລິນ​ຊີ"ຈະ​ຖືກ​ປ່ອຍ​ຕົວ​ໃນ​ໄວໆ​ນີ້.

​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່BBC,ທ່ານ​ເຊ​ບາ​ລີ​ເວົ້າວ່າ,ທ່ານ​ນາງຣີຮາບ ບາ​ຊິດ ຕາ​ຮາ​ແມ່ນ​ຜູ່​ຊ່ຽວຊານ​​ຜະລິດ​ຢາສົງຄາມ​ຊີວະ​ຊາດ,​ແມ່ນ​ຜູ່​ຕ້ອງ​ໂທດ​ຜູ່ສຳຄັນທີ່​ຖືກ​ກອງ​ທະຫານ​ອາ​ເມ​ລິ​ກາ​ກັກຂັງ,​ປະຈຸ​ບັນ​ນີ້​ຍັງ​ບໍ່​ມີ​ແຜນການ​​​ຈະ​ປ່ອຍ​ຕົວ​ເພິ່ນ​ໃນ​​ໄວໆ​ນີ້.

​ໃນ​ມື້​ດຽວ​ກັນ,ລັດຖະບານ​ອາ​ເມ​ລິ​ກາ​ແລະ​ອັງກິດ​ກໍ່​ໄດ້​ປະຕິ​ເສດ​ຂ່າວກ່ຽວ​ກັບ​ລັດຖະບານ​ອີຣັກຈະ​ປ່ອຍ​ຕົວ​ນັກ​ວິທະຍາສາດ​ເພດ​ຍິງ​ອີຣັກສອງ​ຄົນ​ທີ່​ຖືກ​ກັກ​ຂັງ.

ມີ​ຂ່າວ​ແຈ້ງວ່າ,ວັນ​ທີ22​ກັນຍາ,ກະຊວງ​ຕຸລາການ​ລັດຖະບານ​ຊົ່ວຄາວ​ອີຣັກ​ປະກາດ​ວ່າ, ຈະ​ປ່ອຍ​ຕົວ​ທ່ານ​ນາງຣີຮາບ ບາ​ຊິດ ຕາ​ຮາ​ທີ່​ຖືກ​ກອງ​ທະຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ກັກ​ຂັງ,ນັກວິທະຍາສາດ​ເພດ​ຍິງ​ດ້ານ​ເຄມີ​ຊີວະ​ຊາດ​ອີກ​ຜູ່​ໜຶ່ງ​ທີ່​ຖືກ​ກັກ​ຂັງ​ກໍ່​ອາດ​ຈະ​ຖືກ​ປ່ອຍ​ຕົວ.