ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-24 20:49:25    
ຊາວ​ເອຢິບ 2 ຄົນ​ຖືກ​ລັກ​ພາ​ຕົວ​ຢູ່​ແບກ​ແດດ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 24 ກັນຍາ, ກະຊວງ​ພາຍ​ໃນຂອງ​ລັດຖະບານ​ຊ່ົວຄາວ​ຂອງ​ອີຣັກປະກາດ​ວ່າ, ຕອນ​ຄ່ຳ​ວັນ​ທີ 23 ກັນຍາ, ວິສະວະກອນ​ໂທລະ​ຄົມ​​ເອຢິບ 2 ຄົນ​ຖືກ​ພວກ​ປະກອບ​ອາວຸດ​ລັກ​ພາ​ຕົວ​ຢູ່​ແບກ​ແດດ.

ຕາມ​ຂ່າວ​ແຈ້ງວ່າ, ນັບ​ມາ​ຮອດ​ປະຈຸ​ບັນ, ບໍລິສັດ​ໂທລະ​ຄົມ​ເຄື່ອນ​ທີ​່ຂອງ​ອີຣັກ​ແຫ່ງ​ໜຶ່ງ​ທີ່​ວິສະວະກອນ​ເອຢິບ 2 ຄົນນີ້​ເຮັດ​ວຽກຢູ່​ນັ້ນຍັງ​ບໍ່​ມີ​ຂ່າວ​ຂອງ​ວິສະວະກອນ​ທີ່​ຖືກ​ລັກ​ພາ​ຕົວ, ​ແລະ​ກໍ​ບໍ່​ມີ​ອົງການ​ໃດ​ກ່າວ​ວ່າ​ຮັບຜິດຊອບ​ຕໍ່​ເຫດການ​ລັກ​ພາ​ຕົວ​ດັ່ງກ່າວ​ນີ້.​

ແຕ່​ເດືອນ​ມີນາ​ປີ​ນີ້​ມາ, ພາຍ​ໃນ​​ແດນ​ອີຣັກ, ​ໄດ້​ມີ​ເຫ​ດການ​ລັກ​ພາ​ຕົວ​​ເກີດ​ຂຶ້ນ​ເລື້ອຍໆ, ​ລວມມີ​ຊາວ​ຕ່າງປະ​ເທດ 100 ກວ່າ​ຄົນ​ຖືກ​ລັກ​ພາ​ຕົວ, ຕົວ​ປະກັນ​ຕ່າງປະ​ເທດ​ປະມານ 30 ຄົນ​ຖືກ​ປະຫານ​ຊີວິດ​ແລ້ວ.