ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-27 17:57:07    
ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິດສະ​ລາ​ແອນ​ຕິຕຽນ​ຊີ​ເລຍ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກໍ່​ກາ​ນຮ້າຍ

cri Author: mo
ຕາມ​ຂ່າວCRI: ວັນ​ທີ 27 ກັນຍາ, ທ່ານ​ໂບອິມ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິດສະ​ລາ​ແອນ​​ໄດ້​ຕິຕຽນ​ວ່າ, ​ຊີ​ເລຍ​​ໄດ້ມ້ວນ​ເຂົ້າ​ໃນການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ທີ່​ແນ​ໃສ່​ອິດ​ສະ​ລາ​ແອນ, ​ແລະ​ຂ່ົມ​ຂູ່​ວ່າຈະ​ໂຈມ​ຕີ​ຊີ​ເລຍ.

ທ່ານ​​ໂບອິມ​ແມ່ນ​ກ່າວ​ຄຳ​ຕິຕຽນ​ດັ່ງກ່າວ​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ວິທະຍຸ. ທ່ານ​ກ່າວ​ວ່າ, ບໍ່​ວ່າ​ຜູ່​ໃດ, ທະ​​ແນມ​ແຕ່​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ທີ່​ແນ​ໃສ່​ອິດ​ສະລາ​ແອນ, ບໍ່​ວ່າ​ແມ່ນ​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​ປະ​ເທດ​ຫລື​ຢູ່​ຕ່າງປະ​ເທດ, ຈະ​ເສຍ​ຄ່າ​ຕອບ​ແທນ​ເພື່ອ​ເລື່ອງ​ນີ້. ​ແຕ່​ທ່ານ​​ໂບອິມບໍ່​ໄດ້​ກ່າວ​​ເຖິງ​ອິດສະ​ລາ​ແອນ​ມີ​ການ​ພົວພັນ​ກັບ​ເຫດການ​​ທ່ານ​ຮາ​ລີ​ນ ​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ອົງການ​ຮາ​ມາສ ຂະ​ບວນການ​ຕໍ່ຕ້ານ​ອິສລາມ​ປາ​ເລັສຕີນຖືກລອບ​ຂ້າຢດາ​ມາສ ນະຄອນຫລວງ​ຊີ​ເລຍ​​ໃນ​ມື້ກ່ອນ​ຫລື​ບໍ່?

ວັນ​ທີ 26 ກັນຍາ, ທ່ານ​ຮາ​ລີ​ນຖືກ​ລະ​ເບີດ​ລົດຍົນຫລອນ​ໂຈມ​ຕີ​ແລ້ວ​ເສຍ​ຊີວິດ​ໃນດາ​ມາສ. ຊີ​ເລຍ​ແມ່ນ​ປະ​ເທດ​ອາ​ລັບ​ຈຳ​ນວນ​ໜຶ່ງ​ໄດ້​ກ່າວ​ປະນາມ​ອິດສະ​ລາ​ແອນ​ວາງ​ແຜນ​ກໍ່ເຫດການລອບ​ຄາດ​ຕະກຳ​ດັ່ງກ່າວ. ​ແຕ່​ລັດຖະບານ​ແລະ​ຝ່າຍ​ທະຫານ​​ອິດ​ສະ​ລາ​ແອນບໍ່​ຍອມ​ກ່າວ​ຄຳ​ວິຈານ​ຕໍ່​ເລື່ອງ​ນີ້.