ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-30 21:17:23    
ອາ​ເມ​ລິ​ກາ​ຫວັງ​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ອີ​ລັກ​ໂດຍ​ໄວ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 29 ກັນຍາ, ທ່ານ​ພໍ​ແວວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາ​ເມ​ລິ​ກາ​​ເດັດ​ດ່ຽວສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງລັດຖະບານ​ຊ່ົວຄາວ​ຂອງ​ອີຣັກທີ່​ໃຫ້​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ອີຣັກ​, ​ແລະ​ຫວັງ​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ໂດຍ​ໄວ.

ທ່ານ​ພໍ​ແວວ​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ງານ​ຖະ​ແຫລ​ງ​ຂ່າວ​ທີ່​ຮ່ວມ​ກັນ​ກັບ​ທ່ານມູອາ​ເຊີ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊອກ​ດາ​ນີທີ່​ມາ​ຢ້ຽມຢາມ​ຢູ່​ວໍ​ຊິງ​ຕັນ. ທ່ານ​ກ່າວ​ວ່າ, ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ບັນຫາ​ອີຣັກທີ່​ພວມ​ພິຈາລະນາ​ນັ້ນຈະ​ຈັດ​ຂຶ້ນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ຜູ່​​ເຂົ້າຮ່ວມ​ລວມທັງຜູ່​ແທນ​ຂອງ​ອີຣັກ ​ແລະ​ປະ​ເທດ​ອ້ອມ​ຂ້າງ​ອີຣັກທັງ​ໝົດ ປະ​ເທດ​ສະມາຊິກ​ກຸ່ມ 8 ປະ​ເທດ, ສັນນິບາດ​ປະ​ເທດ​ອາຣັບ ​ແລະ​ອົງການ​ສະພາ​ອິສລາມ.