ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-10-28 10:00:26    
ຝ່າຍ​ປາ​ເລັສຕິນປະຕິ​ເສດ​ວ່າ,ທ່າ​ນອາລາ​ຟັດ​ໄດ້​ແຕ່ງຕັ້ງຄະນະ​ກຳມະການ​ສາມ​ຄົນ​ໃຊ້​ສິດ​ຕຳ​ແໜ່​ງ​​ເຂົ້າແທນ​ທ່ານ

cri
ຕາມຂ່າວcri: ຕອນ​ຮຸ່ງ​ເຊົ້າວັນ​ທີ 28 ຕຸລາ,ທ່ານ​ລູ​ເດ​ເນ ​ໂຄສົກຂອງ​ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​ປະຕິ​ເສດການ​ແຈ້ງ​ຂ່າວ​ຂອງ​ຂ່າ​ວສານ​ອາ​ເປ​ກ່ຽວ​ກັບ​ທ່ານ​ອາລາ​ຟັດ​ໄດ້​ແຕ່ງຕັ້ງຄະນະ​ກຳ​ມະ​ການ​ສາມ​ຄົນ​ໃຊ້​ສິດ​ຕຳ​ແໜ່​ງ​​ເຂົ້າແທນ​ທ່ານ.

ກ່ອນ​ນີ້,ວັນ​ທີ 27 ຕຸລາ,ສື່​ມວນ​ຊົນ​ອິດ​ສະລະ​ແອນ​ລາຍ​ງານ​ວ່າ,ຕອນ​ຄ່ຳ​ມື້ນັ້ນ,​ສຸຂະພາບ​ຂອງ​ທ່ານ​ອາລາ​ຟັດ​ໄດ້​ຊຸດ​ຮ້າຍ​ລົງ​ຢ່າງ​ກະທັນຫັນ,ປະຈຸ​ບັນ,​ແພດ​ພວມ​ກວດ​ຮ່າງກາຍ​ຂອງ​ທ່ານ.​ແຕ່​ທ່ານ​ລາ​ບູ ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ​ປາ​ເລັສຕິນ​ໄດ້​ປະຕິ​ເສດ​ຂ່າວ​ກ່ຽວ​ກັບ​ທ່ານ​ອາລາ​ຟັດ​ຕົກ​ຢູ່​ໃນ​ສະພາບ​ສະຫລົບ,ຕອນ​ຄ່ຳ​ມື້​ດຽວ​ກັນ,ທ່ານ​ລູ​ເດ​ເນ ​ໂຄສົກ​ຂອງທ່ານ​ອາລາ​ຟັດ​ກໍ່​ກ່າວ​ວ່າ,ປະຈຸ​ບັນ,ອາການ​ເຈັບ​ຂອງ​ທ່ານ​ອາລາ​ຟັດ​ໄດ້​ໝັ້ນ​ທ່ຽງ​ແລ້ວ,ທ່ານ​ຕ້ອງການ​​ພັກ​ຜ່ອນ​ແລະ​ສືບ​ຕໍ່​​ປ່ິນປົວ.

ວັນ​ທີ 26 ຕຸລາ,​ເຈົ້າໜ້າ​ທ່ີ​ພະ​ສ່ວນ​ການ​ປ່ິນປົວ​ຂອງ​ປາ​ເລັສຕິນຢືນຢັນ​ວ່າ,ທ່ານ​ອາລາ​ຟັດ​ເປັນ​ໜີ້ວ​ໃນ​ບີ,ປະຈຸ​ບັນພວມ​ຮັບ​ການ​ກວດກາ​ຕ່ືມອີກ.ພາຍຫລັງ​ກວດ​ຮ່າງກາຍ​ຂອງ​ທ່ານ​ອາລາ​ຟັດ​ໃນ​ວັນ​ທີ 27 ​ແລ້ວ,ນາຍ​ໝໍ​ກ່າວ​ວ່າ,ທ່ານ​ອາລາ​ຟັດ​ບໍ່​ໄດ້​ເປັນ​ມະ​ເຮ​ງ.