ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-11 16:30:07    
ປະຊາ​ຄົມ​ໂລກ​ທຳ​ປະຕິກິລິຍາ​ຕໍ່​ທ່ານ​ອາລາ​ຟັດ​ທີ່​ເຖິງ​ແກ່​ກຳ

cri Author: mo
ຕາມ​ຂ່າວCRI: ຕອນ​ຮຸ່ງ​ເຊົ້າວັນ​ທີ 11 ພະຈິກ, ພາຍຫລັງ​ທ່ານ​ອາລາ​ຟັດ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​ເຖິງ​ແກ່​ກຳ​ຍ້ອນ​ເປັນ​ພະຍາດ​ຢູ່​ໂຮງໝໍ​​ແປກ​ຊີ​ຊານ​ເມືອງ​ປາລີ​ແຫ່ງ​ຝຣ່ັງ​ແລ້ວ, ປະຊາ​ຄົມ​ໂລກ​ໄດ້​ທະຍອຍ​ກັນ​ທຳ​ປະຕິກິລິຍາ​ຕໍ່​​ເລື່ອງ​ນີ້.

ວັນ​ທີ 11 ພະຈິກ, ທ່ານ​ໂມ​ເຊີ ຄາ​ຊາ​ຟ ປະທານາທິບໍດີ​ອິດ​ສະ​ລາ​ແອນ​ກ່າວ​ວ່າ, ຫວັງ​ໃຫ້​ຊາວ​ປາ​ເລັສຕີນ​ສາມາດ​ຟື້ນ​ຟູ​ຈາກ​ຄວາມ​​ເສົ້າສະຫລົດ​ໃຈຍ້ອນທ່າ​ນອາລາ​ຟັດ, ​ແລ້ວ​ເລືອກ​ຕັ້ງຜູ້ນຳ​ຜູ້​ໃໝ່​ຢ່າງວ່ອງ​ໄວ. ປະຈຸ​ບັນ, ຜູ້​ຊ່ອຍ​ທ່ານ​ຊາ​ລົງ ນາຍົກລັດຖະມົນຕີອິດສະລາ​ແອນ​ປະຕິ​ເສດ​ກ່າວ​ຄຳ​ວິຈານ​ຕໍ່​ການ​ເຖິງ​ແກ່​ກຳ​ຂອງ​ທ່ານ​ອາລາ​ຟັດ. ກອງທະຫານ​ປ້ອງ​ກັນ​ປະ​ເທດ​ແລະ​ຝ່າຍ​ຕຳຫລວດ​ອິດ​ສະ​ລາ​ແອນ​ໄດ້​ເລີ່​ມປະຕິບັດແຜນ​ການ​ສຸກ​ເສີນ​ສອງ​ລາຍຢ່າງ​ວ່ອງ​ໄວ, ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງຂອງ​ສະຖານະ​ການ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ໂຄສົກ​ຂອງ​ທ່ານ​ອອກ​ຖະ​ແຫລ​ງການ, ສະ​ແດງ​ຄວາມ​ໄວ້ອາ​ໄລຢ່າງ​ສຸດ​ເຊິ່ງ​ຕໍ່​ການ​ເຖິງ​ແກ່​ກຳ​ຂອງ​ທ່ານ​ອາລາ​ຟັດ. ຖະ​ແຫລ​ງການ​ຂຽນ​ວ່າ, ທ່ານ​ອາລາ​ຟັດ​ບໍ່​ໄດ້​ເຫັນ​ຄວາມ​ຝັນ​ແຫ່ງ​ສັນຕິພາບບັນລຸ​ຜົນ​ເປັນ​ຈິງ​ໃນ​​ໄລຍະ​ທ່ານຍັງ​ມີ​ຊີວິດ​ຢູ່​ນັ້ນ, ​ແມ່ນ​ເລື່ອງ​ໂສກ​ນາດຕະກຳ. ທ່ານ​ອານ​ນານ​ຮຽກຮ້ອງ​ປະຊາ​ຊົນ​ສອງ​ຝ່າຍ​ປາ​ເລັສຕີນ​ອິດ​ສະ​ລາ​ແອນ​ແລະ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ທີ່​ສົນ​ໃຈ​ນຳສະຖານະ​ການ​ປາ​ເລັສຕີນ​ອິດ​ສະ​ລາ​ແອນ​ນັ້ນຈ່ົງພະຍາຍາມ​ທົບ​ເທ່ົາ​ເພື່ອ​ບັນລຸ​​ໃຫ້​ປະຊາຊົນ​ປາ​ເລັສຕີນ​ມີ​ສິດ​ຕັດສິນ​ໂດຍ​ຕົນ​ເອງ​ໂດຍ​ສັນຕິ.

ຕອນ​ຮຸ່ງ​ເຊົ້າວັນ​ທີ 11 ພະຈິກ, ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ກໍ​ອອກ​ຖະ​ແຫລ​ງການ, ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ປະຊາຊົນ​ປາ​ເລັສຕິນ.