ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-22 15:35:25    
ສື່​ມວນ​ຊົນ​ສິງກະ​ໂປ​ເຫັນ​ວ່າ​ສິງກະ​ໂປ​ກັບ​ຈີນ​ມີ​ໄມຕີ​ຈິດ​ຕໍ່​ກັນ​ແມ່ນ​ສອດ​ຄ່ອງ​ກັບ​ຜົນ​ປະ​​ໂຫຍ​ດຂອງ​ອາຊີ​ປາຊີ​ຟິກ

cri Author: q
ຕາມ​ຂ່າວສານ​ຊິນ​ຮວາ,ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປງ​ສະບັບ​ວັນ​ທີ22​ພະຈິກ​ໄດ້​ພິມ​ບົດ​ນຳ​ທີ່​ພາດ​ຫົວ​ເລື່ອງ​ວ່າ,ສິງກະ​ໂປ​ກັບ​ຈີນ​ມີ​ໄມຕີ​ຈິດ​ຕໍ່​ກັນ​ແມ່ນ​ສອດຄ່ອງ​ກັບຜົນ​ປະ​ໂຫຍ​ດຂອງ​ຂອງ​ອາຊີ​ປາຊີ​ຟິກ,​ເຫັນ​ວ່າ,ຄຽງ​ຄູ່​ກັບ​ບາດກ້າວ​ປັບປຸງ​ຢູ່​ພາກ​ພື້ນ​ໄດ້​ເລັ່ງ​ລັດໄວ​ເຂົ້າ, ​ການ​ແລກປ່ຽນ​ແລະ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ບັນຫາ​ສຳຄັນ​​ຈຳນວນ​ໜຶ່ງ​​ໃນ​ພາກ​ພື້ນລະຫວ່າງສິງກະ​ໂປ​ກັບ​ຈີນ​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ.

ບົດ​ນຳ​ຊີ້​ອອກ​ວ່າ,ການ​ທີ່​ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປ​ແລະ​ທ່ານ​ຫູ​ຈິນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ພົບ​ປະ​ກັນ​ຢູ່​ຊັງ​ຕີ​ອາ​ໂກ ນະ​ຄອນ​ຫຼວງ​ຈີ​ເລ​ໃນ​ວັນ​ທີ19​ພະ​ຈິກ​ນັ້ນ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ການ​ພົວ​ພັນ​ການ​ເມືອງ​ສອງ​ຝ່າຍ​ພວມ​​ຟື້ນ​ຟູ​ຢ່າງ​ຮອບດ້ານ.

ບົດ​ນຳ​ເຫັນ​ວ່າ,ລັດຖະບານ​ສິງກະ​​ໂປ​ໄດ້​ຍຶດໝັ້ນ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ​ໂດຍ​ຕະ​ຫຼອດ,​ຄັດ​ຄ້ານ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ,ຫຼັກ​ໝັ້ນ​ໃນ​ບັນຫາ​ໄຕ້​ຫວັນ​ແມ່ນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ແລະ​ແຈ່ມ​ແຈ້ງ.