ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-26 20:44:03    
ທ່ານ​ບານ​ກູ​ຕີ​ຕົກລົງ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ປາ​ເລັສຕີນ

cri Author: MO
ຕາມ​ຂ່າ​ວສານ​ຊີ​ນຮວາ: ວັນ​ທີ 25 ພະຈິກ, ສື່​ມວນ​ຊົນ​ອິດສະ​ລາ​ແອນ​ລາຍ​ງານ​ວ່າ, ທ່ານ​ບານ​ກູຕີ ຜູ້ນຳ​ຝ່າ​ຍໜຸ່ມ​ຂອງ​ອົງການ​ອານ​ຟາ​ດາ ຂະ​ບວນການ​ປົດ​ປ່ອຍ​ຊາດ​ປາ​ເລັສຕີນທີ່​ຍັງ​ຖືກ​ອິດສະ​ລາ​ແອນ​ກັກ​ຂັງ​ໃນປະຈຸ​ບັນ​ໄດ້​ຕົກລົງ​ເຂົ້າຮ່ວມ​ການ​ເລືອກຕັ້ງປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ມັງກອນ​ປີ​ໜ້າ.

ທ່ານ​ບານ​ກູ​ຕີ ອາຍຸ 45 ປີ, ມີ​ອັດຕາ​ສະໜັບສະໜູນ​ຂ້ອນ​ຂ້າງ​ສູງ​ໃນ​ມວນ​ຊົນ​ປາ​ເລັສຕີນ, ທ່ານ​ຖືກ​ຖື​ເປັນ​ຄູ່​ແຂ່ງຂັນ​ທີ່​ແຂງ​ກວ່າ​ໝູ່​ຂອງ​ທ່ານ​ອາບັສ ປະທານ​ຄະນະ​​ບໍລິຫານງານ​ຂອງ​ອົງການ​ປົດ​ປ່ອຍ​ປາ​ເລັສຕີນ​ໃນ​ການ​ເລືອກຕັ້ງທົ່ວ​ໄປ​ໃນ​ປີໜ້າ.