ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-11-29 16:50:12    
ທ່ານ​ຄຳ​ໄຕ ສີ​ພັນ​ດອນ​ກ່າວ​ວ່າ, ລາວ​ຈະຕັ້ງໜ້າ​ປະຕິ​ບັດ​ຄວາມ​ຮັບ​ຮູ້​ທີ່ຄື​ກັນ​ກັບ​​ຈີນ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 29 ພະຈິກ ຢູ່​ນະຄອນຫລວງ​ວຽງ​ຈັນ, ​ໃນ​ເວລາທ່ານ​ຄຳ​ໄຕ ສີ​ພັນ​ດອນ ປະ​ທານ​ປະ​ເທດ​ລາວພົບ​ປະ​ທ່ານ​​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນທີ່​ໄປ​ຢ້ຽມຢາມນັ້ນ, ທ່ານ​ກ່າວ​ວ່າ, ຝ່າຍ​ລາວ​ຈະ​ປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳຄັນ​ຕ່າງໆທີ່​ສອງ​ຝ່າຍ​​ໄດ້​ຕົກລົງກັນ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ເວີ່ນ​ເຈຍ​ປາວ​ເທື່ອ​ນີ້​ຢ່າງ​ເອົາ​ຈິງ​ເອົາ​ຈັງ.

ທ່ານ​ຄຳ​ໄຕ ສີ​ພັນ​ດອນ​ໄດ້​ຕີ​ລາຄາ​ສູງ​ຕໍ່​ມິດຕະພາບ​ອັນ​ເປັນ​ມູນ​ເຊື້​ອ​ແລະ​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ໄມຕີ​ຈິດ​ລະຫວ່າງ​ລາວ​ຈີນ, ​ແລະ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ​ເວີ່ນ​ເຈຍ​ປາວທີ່​ໄດ້​ມາ​ຢ້ຽມຢາມ​ລາວ ທັງ​ເຂົ້າຮ່ວມ​ບັນດາກອງ​ປະຊຸມສຸດ​ຍອດ​ອາຊຽນຄື 10+3 ​ເປັນຕົ້ນ, ພ້ອມ​ທັງ​ໃຫ້ຄວາມ​ຊ່ອຍ​ເຫຼືອແກ່​ກອງ​ປະຊຸມ​​ເທື່ອ​ນີ້.

ທ່ານ​ເວີ່​ນ​ເຈຍ​ປາວ​ກ່າວ​ວ່າ, ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​​ໃນ​ລະດັບສູງ​ນຳ​ການ​ພົວພັນ​ໄມຕີ​ຈິດ​ແລະ​ຮ່ວມ​ມື​ກັນກັບ​ລາວ. ທ່ານ​ເວົ້າວ່າ, ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ລາວ, ປັບປຸງ​ແລະ​ຂະຫຍາຍ​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເພື່ອນຳ​ເອົາ​ຜົນ​ປະ​ໂຫຍ​ດ​ແທ້​ຈິງ​ຫລາຍ​ກວ່າ​ເກົ່າ​​ມາໃຫ້​ປະຊາຊົນ​ສອງ​ປະ​ເທດ.