ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-04 20:57:19    
ອົງການສິດອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ຊົມ​ເຊີຍ​ຮາ​ມາສ໌ຮັບ​ເອົາແຜນການ​ສ້າງ​ຕັ້ງປະ​ເທດ​ຂອງປາ​ເລັສຕິນ

cri Author: huachunmei
ຕາມ​ຂ່າວ ​​CRI , ວັນທີ 3 ທັນວາ, ຢູ່ທີ່ລາມາ​ລາ ​​ເມືອງຝັ່ງ​ຕາ​ເວັນ​ຕົກ​ແມ່​ນຳ​ຈໍ​ແດນ, ທ່ານຊາ​ອີສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ປາ​ເລັສຕີນ​ເວົ້າວ່າ, ​ໃນ​ມື້​ດຽວ​ກັນ, ​ຂະ​ບວນ​ອິດສະ​ລາມ​ປາ​ເລັສຕີນຕໍ່ຕ້ານ​ຄືຮາ​ມາສ໌​ປະກາດວ່າ ​ອົງການ​ດັ່ງກ່າວ​ຮັບ​ເອົາແຜນການ​ສ້າງຕັ້ງປະ​ເທດຂອງ​ປາ​ເລັສຕີນນີ້​ແມ່ນ​ການ​ກະທຳ​ອັນຕັ້ງໜ້າ.

ຕອນ​ເຊົ້າວັນ​ທີ 3 ທັນວາ, ທ່ານ​ໂຢຊຸມ ຜູ່​ນຳ​ຊັ້ນສູງ​ຂອງຮາ​ມາສ໌ກ່າວ​ວ່າ, ອົງການນີ້​ອາດ​ຈະ​ຮັບ​ເອົາ​ແຜນການ​ສ້າງຕັ້ງປະ​ເທດ​ປາ​ເລັສຕີນ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ແລະ​ເຂດ​ກາ​ຊາ, ​ແລະ​ຍິນ​ດີ​ຢຸດ​ຍິງ​ກັນ​ກັບ​ອິດສະລະ​ແອນ​ເປັນ​ເວລາ​ຍາວ​ນານ.

​ແຕ່​ວ່າ, ​ໃນ​ມື້​ດຽວ​ກັນ, ຢູ່​ລີ​ບັງ, ທ່ານ​ໂອຊາ​ມາ ຮຳ​ດີ​ນ ​ໂຄສົກຮາ​ມາສ໌​ໄດ້ປະ​ຕິ​ເສດວ່າ, ຫຼັກໝັ້ນ​ແລະ​ນະ​ໂຍບາຍ​ຂອງຮາ​ມາສ໌ທີ່​ຕ້ານການ​ຍຶດຄອງ​ຂອງ​ອິດ​ສະລະ​​ແອນ​ນັ້ນ​ໄດ້​​ເກີດມີ​ການ​ປ່ຽນ​ແປງ​.