ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-05 21:51:33    
ທ່ານ​ບູສ​ເຈລະຈາ​ກັບທ່ານມູຊາ​ລັຟ

cri Author: huachunmei
ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ 4 ທັນວາ, ຢູ່​ທີ່​ວໍ​ຊິງ​ຕັນ, ທ່ານ​ບູສ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ທ່ານ​ມູຊາ​ລັຟທີ່​ໄປ​ຢ້ຽມຢາມ, ສອງ​ຝ່າຍ​ໄດ້​ເຈລະຈາ​ກັບກ່ຽວກັບ​ບັນຫາ​ຕ່າງໆ ຄື, ບັນຫາ​ຕ້ານ​ການກໍ່​ການ​ຮ້າຍ​ແລະ​ການ​ພົວພັນ​ລະ​ຫວ່າງ​ປາ​ກີ​ສະຖານ​ກັບ​ອິນ​ເດ​ຍ​ເປັນ​ຕົ້ນ.

ທ່ານ​ບູສ​ໄດ້​ຍ້ອງຍໍ​ຄວາ​ມພະຍາ​ຍາມ​ຂອງ​ທ່ານ​ມູຊາ​ລັ​ຟ​ໃນ​ການ​ຕ້ານ​ການກໍ່​ການ​ຮ້າຍ, ​ທ່ານ​ເວົ້າວ່າ, ການສ້າງຕັ້ງປະ​ເທດ​ປາ​ເລັສຕີນ​ແລະ​​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິດ​ສະລະ​​ແອນ​ແມ່ນ​ບັນຫາ​ແກນ​ກາງຂອງ​ການ​ຕ້ານການ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ. ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ນີ້, ອາ​ເມ​ລິ​ກາ​ຈະ​ອອກ​ແຮງ​ສ້າງຕັ້ງປະ​ເທດ​ປາ​ເລັສຕີນ​ທີ່​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕີ​ກັບ​ອິດ​ສະລະ​​ແອນ.

ທ່ານ​ມູຊາ​ລັຟ​ເຫັນ​ດີ​ນຳ​ຄວາມ​ເວົ້າຂອງ​ທ່ານ​ບູສ, ທ່ານ​ຍັງ​ເວົ້າວ່າ, ຈະ​​ເດັດດ່ຽວສະໜັບ​ສະ​ໜູນ​ປາ​ເລັສຕີນ​ສ້າງ​ຕັ້ງປະ​ເທດ​.