ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-06 14:31:19    
ລັດຖະມົນຕີ​ການ​ຕ່າງປະ​ເທດ​ແອ​ສປາຍ​ແລະ​ເຢຍລະ​ມັນ​ເຕື່ອນ​ໃຫ້​ປາ​ເລັສຕີນ​​ແລະອິດ​ສະລະ​ແອນຈົ່ງ​ກຳ​ໂອກາດ​ຊຸກ​ຍູ້​ຂະ​ບວນວິວັດ​ສັນຕິພາບ​​ຕາ​ເວັນ​ອອກ​ກາງ

cri Author: huachunmei
ຕາມ​ຂ່າວ CRI, ​ວັນ​ທີ 5 ທັນ​ວາ, ​ທ່ານ​ໂມ​ຣາ​ຕີ​ນົສ ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​​ແອສ​ປາຍ​ແລະ​ທ່ານ​ຟີ​ເຊີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ​ຕ່າງ​ໄດ້​ເຕື່ອນ​ປາ​ເລັສ​ຕີນ​​ແລະ​ອິດ​ສະ​ລະ​​ແອນ​ຈົ່ງ​ກຳ​ໂອ​ກາດ​ດີ​ໃນ​ປະຈຸ​ບັນ, ຊຸກ​ຍູ້​​ການ​ບັນ​ລຸ​ສັນ​ຕິ​ພາບ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​.

ທ່ານ​ໂມ​ຣາ​ຕີ​ນົສ​ເວົ້າ​ວ່າ, ​ຄາດ​ໝາຍ​ສ້າງ​ຕັ້ງ​ປະ​ເທດ​ປາ​ເລັສ​ຕີນ​ເອ​ກະ​ລາດ​ໃນ​ປີ 2005 ​ໃນ​ແຜນ​ການ​ເສັ້ນ​ທາງ​ຕາ​ເວັນ​ອອກ​ກາງ​ນັ້ນ​ຄວນ​ຮັບ​ການ​ໂຄ​ລົບ.

ທ່ານ​ຟີ​ເຊີ​ເວົ້າ​ວ່າ, ​ຖ້າ​ວ່າ​ທັງ​ສອງ​ຝ່າຍ​ປາ​ເລັສ​ຕີນ​​ແລະ​ອິດ​ສະ​ລະ​ແອນ​ພ້ອມ​ປະ​ຊາ​ຄົມ​ໂລກ​ລ້ວນ​ແຕ່​ໃຊ້​ທ່າ​ທີ່​ຮັບ​ຜິດ​ຊອບ​ແລ້ວ, ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປາ​ເລັສ​ຕີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມັງ​ກອນ​ປີ​ໜ້າ​ຈະ​ສ້າງ​ໂອ​ກາດ​ແກ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ເລັສ​ຕີນ​ກັບ​ອິດ​ສະ​ລະ​ແອນ, ​ໃນ​ທີ່​ສຸດ​ຈະ​ບັນ​ລຸ​ຄາດ​ໝາຍ​ສ້າງ​ຕັ້ງ​ປະ​ເທດ​ຂອງ​ປາ​ເລັດ​ຕີນ​.