|
 |
(GMT+08:00)
2004-12-16 17:17:04
|
 |
ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມແລະການພັດທະນາອາຊຽນຄັ້ງທີ5ຈັດຂຶ້ນຢູ່ບາງກອກ
cri
Author: q
ຕາມຂ່າວCRI,ວັນທີ16ທັນວາ,ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມແລະການພັດທະນາອາຊຽນຄັ້ງທີ5ໄດ້ຈັດຂຶ້ນຢູ່ບາງກອກ ນະຄອນຫຼວງຂອງໄທ.
ຫົວຂໍ້ຂອງກອງປະຊຸມເທື່ອນີ້ແມ່ນ"ຍົກການປະກັນສັງຄົມຂອງເຂດຄຸ້ມສັງຄົມໃຫ້ສູງຂຶ້ນ". ໃນເວລາກ່າວຄຳປາໄສໃນພິທີໄຂກອງປະຊຸມ,ທ່ານໂສຣາອາດກິ່ນປະທຸມລັດຖະມົນຕີກະຊວງພັດທະນາສັງຄົມແລະປະກັນແຮງງານຂອງໄທ ປະເທດເຈົ້າພາບຈັດກອງປະຊຸມກ່າວວ່າ,ໃນຖານເປັນກົນໄກຊຸກຍູ້ການຮ່ວມມືດ້ານສະຫວັດດີການສັງຄົມ,ກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມແລະການພັດທະນາອາຊຽນຈະຄົ້ນຄວ້າຫາລືບັນຫາສັງຄົມຕ່າງໆໃນປະຈຸບັນຂອງບັນດາປະເທດອາຊຽນແລະບັນຫາສັງຄົມທີ່ມີລັກສະນະຕົວແທນໃນພາກພື້ນຕົນ,ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນພາກພື້ນແຫ່ງນີ້ໃຫ້ສູງຂຶ້ນ,ຫຼຸດຄວາມແຕກໂຕນກັນລະຫວ່າງບັນດາປະເທດອາຊຽນໃຫ້ໜ້ອຍລົງ.
ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມແລະການພັດທະນາອາຊຊຽນແມ່ນສາມປີໃດຈັດຂຶ້ນເທື່ອໜຶ່ງ.
|
|
|