ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-30 20:46:01    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ລະ​ແອນ​ກ່າວ​ວ່າ​ຄວນ​ສືບ​ຕໍ່​ຖອນ​ອອກ​ຈາກ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຢ່າງ​ຂະ​ໜາດ​ໃຫຍ່

cri Author: q
ຕາມ​ຂ່າວCRI,ໜັງສືພິມ​ເຢ​ລູຊາ​ເລັມພົສຂອງ​ອິດ​ສະລະ​ແອນ​ສະ​ບັບວັນ​ທີ30​ທັນ​ວາ​ລາຍ​ງານ​ວ່າ,​ທ່ານ​ເອອຸດ​ໂອນ​ເມີດຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ອິດ​ສະລະ​ແອນ​ກ່າວ​ວ່າ,ບໍ່​ວ່າ​ປາ​ເລັສຕິນມີ​ຄູ່​ເຈລະຈາ​ສັນ​ຕິ​ພາບ​ຫຼື​ບໍ່,ອິດ​ສະ​ລະ​ແອນ​ກໍ​ຕ້ອງ​ສືບ​ຕໍ່​ຖອນ​ອອກຈາກ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຢ່າງ​ຂະໜາດ​ໃຫຍ່​ພາຍ​ຫຼັງ​ຖອນ​ອອກ​ຈາກ​ກາຊາ​ແລະ​ເຂດ​ສ່ວນ​ໜຶ່ງ​ຂອງ​​​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ປີ​ໜ້າ​ແລ້ວ.

ທ່ານ​ໂອນ​ເມີດ​ຍັງ​ກ່າວ​ວ່າ,ອິດ​ສະລະ​ແອນ​ບໍ່​ສາມາດ​ຮັບ​ຮູ້​ຄັກ​ແນ່​ວ່າ​ທ່ານ​ອັບ​ບັສ​ປະ​ທານ​ຄະ​ນະ​ບໍລິຫານ​ງານ​ອົງການ​ປົດ​ປ່ອຍ​ປາ​ເລັສຕິນຈະ​ກາຍ​ເປັນ​ຄູ່​ສັນ​ຕິ​ພາບ​ຫຼື​ບໍ່,​​ໂດຍ​ຄຳ​ນຶງ​ຫຼັກ​ໝັ້ນ​ອັນ​ແຂງ​ຄໍ່​ຂອງ​ທ່ານ​ອາ​ບັສໃນ​ບັນ​ຫາ​ເສັ້ນ​ຊາຍ​ແດນ​ສຸດ​ທ້າຍ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິດ​ສະ​ລະ​ແອນ,ຖານະ​ຂອງ​ເຢລູຊາ​​ເລ​ມ, ​ສິດ​ກັບ​ຄືນ​ບ້ານ​ເກີດ​ຂອງ​ຊາວ​ອົບ​ພະ​ຍົບ​ປາ​ເລັສຕິນ​ເປັນ​ຕົ້ນ,ອິດ​ສະລະ​ແອນ​ອາດ​ຈະ​ເຊັນ​ສັນຍາ​ສັນ​ຕິ​ພາບ​ກັບ​ທ່ານ​ອັບ​ບັສ​ຍາກ​ຫຼາຍ.