|
ຈຳນວນຜູ້ປະສົບເຄາະຮ້າຍຈາກແຜ່ນດິນໄຫວແລະຄື້ນທະເລຊູນາມີຢູ່ມະຫາສະໝຸດອິນເດຍໄດ້ລື່ນກາຍ 8 ໝື່ນຄົນ,ປະຊາຄົມໂລກສືບຕໍ່ໃຫ້ການຊ່ອຍເຫຼືອແກ່ເຂດປະສົບໄພ
cri
Author: zl
ຕາມຂ່າວCRI:ນັບມາຮອດວັນທີ 29 ທັນວາ,ຈຳນວນຜູ້ປະສົບເຄາະຮ້າຍຈາກແຜ່ນດິນໄຫວແລະຄື້ນທະເລຊູນາມີຢູ່ມະຫາສະໝຸດອິນເດຍໄດ້ລື່ນກາຍ 8 ໝື່ນຄົນແລ້ວ.ມື້ດຽວກັນ,ເຈົ້າໜ້າທີ່ຜູ້ໜຶ່ງຂອງສີລັງກາ ເຂດປະສົບໄພຮ້າຍແຮງໄດ້ເວົ້າວ່າ,ປະຈຸບັນ,ຢູ່ສີລັງກາຍັງບໍ່ມີພະຍາດລະບາດຢ່າງຂະໜາດໃຫຍ່ເທື່ອ.ໃນຂະນະດຽວກັນ,ປະຊາຄົມໂລກໄດ້ສືບຕໍ່ສະໜອງການຊ່ອຍເຫຼືອກູ້ໄພດ່ວນໃຫ້ແກ່ເຂດປະສົບໄພຢູ່ອ້ອມຂ້າງມະຫາສະໝຸດອິນເດຍ.
ຕາມໄດ້ຊາບ,ຄື້ນທະເລຊູນາມີໄດ້ເຮັດໃຫ້ສີລັງກາມີຜູ້ເສຍຊີວິດ 2 ໝື່ນກວ່າຄົນ,ບາດເຈັບ 8 ພັນກວ່າຄົນ.ປະຈຸບັນ,ຜູ້ປະສົບໄພສ່ວນຫຼາຍຂອງສີລັງກາໄດ້ພັກເຊົາຢູ່ສູນອົບພະຍົບ,ຍັງບໍ່ມີພະຍາດຕິດແປດເກີດຂຶ້ນເທື່ອເຊັ່ນລົງທ້ອງເປັນຕົ້ນ.
ນອກນີ້ຂ່າວແຈ້ງວ່າ,ວັນທີ 29 ທັນວາ,ທ່ານບຸສ ປະທານາທິບໍດີອາເມລິກາອອກຖະແຫຼງການກ່າວວ່າ,ອາເມລິກາກັບອິນເດຍ ອົສຕຼາລີແລະຍີ່ປຸ່ນໄດ້ຈໍ່ຕົວເປັນສະຫະພັນກູ້ໄພ,ປະສານງານການຊ່ອຍເຫຼືອແລະສ້າງສາເຂດປະສົບໄພຄືນໃໝ່.
ຕອນຄ່ຳວັນທີ 29 ທັນວາ,ກະຊວງການຕ່າງປະເທດຝຣັ່ງອອກປະກາດວ່າ,ຈະເບີກເງິນ 22 ລ້ານ 1 ແສນ 6 ໝື່ນເອີໂລໃຫ້ເຂດປະສົບໄພແລະອົງການຊ່ອຍເຫຼືອສາກົນ.
ທ່ານສະໂລເດີ ນາຍົກລັດຖະມົນຕີເຢຍລະມັນປະກາດວ່າ,ເງິນຊ່ອຍເຫຼືອຂອງລັດຖະບານເຢຍລະມັນຈະເພີ່ມຂຶ້ນຮອດ 20 ລ້ານເອີໂລ.
ນອກນີ້,ອັງກິດເບຼຊິນ ກາຕາ ຕວກກີ ປອກຕຸຍການ ນອກແວ ບັງກະລາເດັດ ແມັກຊິກ ເວເນຊູເອລາເປັນຕົ້ນກໍຕ່າງໄດ້ສະໜອງການຊ່ອຍເຫຼືອດ່ວນແບບມະນຸດສະທຳໃຫ້ແກ່ປະເທດປະສົບໄພດ້ວຍຮູບການຕ່າງໆ.
|
|