|
|
 |
| (GMT+08:00)
2004-12-30 21:26:42
|
|
ຜູ້ຊ່ຽວຊານເຫັນວ່າຄື້ນທະເລຊູນາມີກະທົບກະເທືອນເສດຖະກິດອິນເດຍບໍ່ແຮງ
cri
Author: li
ຕາມຂ່າວສານຊິນຮວາ: ເຖິງວ່າຄື້ນທະເລຊູນາມີທີ່ເກີດຂຶ້ນໃນວັນທີ 26 ທັນວາໄດ້ນຳເອົາກະແສໜາວລົມມາໃຫ້ຂະແໜງການເດີນເຮືອແລະການທ່ອງທ່ຽວຂອງອິນເດຍກໍຕາມ,ແຕ່ວັນທີ 30 ທັນວາ ຜູ້ຊ່ຽວຊານເສດຖະກິດຂອງອິນເດຍກ່າວວ່າ,ຄື້ນທະເລຊູນາມີເທື່ອນີ້ກະໜ່ຳເສດຖະກິດຂອງອິນເດຍບໍ່ແຮງ.
ຜູ້ຊ່ຽວຊານຜູ້ໜຶ່ງໃນກຸ່ມຫົວປັນຍາຂອງລັດຖະບານອິນເດຍກ່າວວ່າ,ຄວາມເສຍຫາຍທີ່ເນື່ອງຈາກຄື້ນທະເລຊູນາມີນັ້ນຕົ້ນຕໍແມ່ນໂຮມສູນຢູ່ເຂດຝັ່ງທະເລພາກຕາເວັນອອກອິນເດຍ,ສ່ວນທີ່ໝັ້ນຜະລິດ,ອຸປະກອນອຸດສາຫະກຳແລະພື້ນຖານໂຄງລ່າງຕ່າງໆຂອງທົ່ວອິນເດຍຍັງຮັກສາໄດ້ດີຫຼາຍ,ສະນັ້ນ ໄພທຳມະຊາດບໍ່ມີຜົນສະທ້ອນຫຍັງຕໍ່ການເຕີບໂຕທາງເສດຖະກິດຂອງອິນເດຍໃນໝົດປີ.
|
|
|