ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-12-31 14:18:35    
ໜ່ວຍ​ຊ່ຽວຊານ​ກວດ​ສອບ​DNA​ຂອງ​ຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ບາງ​ກອກ​ນະ​ຄອນ​ຫຼວງ​ຂອງ​ໄທ

cri Author: q
ຕາມ​ຂ່າວCRI,ໜ່ວຍ​ຊ່ຽວຊານ​ກວດ​ສອບDNA​ຂອງ​ລັດຖະບານ​ຈີນ​ໄດ້​ເດີນ​ທາງ​ໄປ​ຮອດ​ບາງ​ກອກ​ນະຄອນຫຼວງ​ຂອງ​ໄທ​ໃນ​ຕອນ​ຮຸ່ງ​ເຊົ້າວັນ​ທີ31​ທັນວາ,ພວກ​ເຂົາ​ເຈົ້າ​ຈະ​ຊ່ອຍ​ຝ່າຍ​ໄທ​ກວດ​ສອບ​ຖານະ​ຂອງ​ສົບ​ຜູ້​ປະສົບ​ໄພ​ໃນ​ຄື້ນທະ​ເລ​ຊູ​ນາ​ມີ.

ໜ່ວຍ​ຊ່ຽວຊານ​ດັ່ງກ່າວ​ປະກອບ​ດ້ວຍ5​ຄົນ,​ແມ່ນ​ລັດຖະບານ​ຈີນ​ແຕ່ງ​ຕັ້ງ​ໂດຍ​ອີງ​ຕາມ​ຄຳ​ຊີ້​​ແຈງ​ຂອງ​ທ່ານ​ເວິນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ທີ່​ຮຽກ​ຮ້ອງ​ໃຫ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ຊ່ອຍ​ເຫຼືອ​ປະ​ເທດ​ທີ່​ປະສົບ​ໄພ​ໃນ​ຄື້ນທະ​ເລຊູ​ນາ​ມີ​ທີ່​ມະ​ຫາ​ສະ​ໝຸດ​ອິນ​ເດຍ.

ວັນ​ທີ31​ທັນວາ,ໜ່ວຍ​ຊ່ຽວຊານ​ດັ່ງກ່າວ​ຈະ​ພ້ອມ​ກັນ​ກັບ​ໜ່ວຍ​ປິ່ນ​ປົວ​ຈີນ​ທີ່​ໄປ​ຮອດ​ບາງ​ກອກ​ໃນ​ມື້​ດຽວ​ກັນ​ນັ້ນ​ຂີ່​ຍົນ​ໄປ​ເຮັດ​ວຽກ​ຢູ່​ເຂດ​ປະ​ສົບ​ໄພ​ຄື້ນ​ທະ​ເລ​ຊູ​ນາ​ມີ​ຢູ່​ພາກ​ໃຕ້​ຂອງ​ໄທ.